ຟີລິບປອຍ 1:20 - ພຣະຄຳພີລາວສະບັບສະໄໝໃໝ່20 ເຮົາຄາດໝາຍ ແລະ ຫວັງຢ່າງກະຕືລືລົ້ນວ່າເຮົາຈະບໍ່ຖືກອັບອາຍໃນທາງໃດເລີຍ, ແຕ່ຈະມີຄວາມກ້າຫານພຽງພໍ ເພື່ອວ່າບັດນີ້ ພຣະຄຣິດເຈົ້າຈະໄດ້ຮັບກຽດເພາະຮ່າງກາຍຂອງເຮົາເໝືອນດັ່ງທີ່ເຄີຍໄດ້ຮັບມາຕະຫລອດ, ບໍ່ວ່າໂດຍການມີຊີວິດຢູ່ ຫລື ໂດຍຄວາມຕາຍກໍຕາມ. Veja o Capítuloພຣະຄຳພີສັກສິ20 ເພາະເປັນຄວາມມຸ້ງມາດປາຖະໜາ ແລະຄວາມຫວັງຂອງເຮົາວ່າ ເຮົາຈະບໍ່ມີຄວາມລະອາຍໃນສິ່ງໃດເລີຍ, ແຕ່ເມື່ອກ່ອນທຸກເທື່ອມີໃຈກ້າສະເໝີສັນໃດ ບັດນີ້ ກໍຂໍໃຫ້ເປັນຢ່າງດຽວກັນສັນນັ້ນ ພຣະຄຣິດຈະຊົງຮັບພຣະກຽດຕິຍົດໃນຮ່າງກາຍຂອງເຮົາສະເໝີ ເຖິງແມ່ນເຮົາຈະມີຊີວິດຢູ່ ຫລືຕາຍກໍຕາມ. Veja o Capítulo |