ປະຖົມມະການ 1 - ພຣະຄຳພີສັກສິພຣະເຈົ້າສ້າງຈັກກະວານ 1 ເມື່ອພຣະເຈົ້າຕັ້ງຕົ້ນນິຣະມິດສ້າງຈັກກະວານ 2 ໂລກບໍ່ທັນມີຮູບຮ່າງແລະຍັງວ່າງເປົ່າຢູ່. ຄວາມມືດໄດ້ຫຸ້ມຫໍ່ມະຫາສະໝຸດອັນກວ້າງໃຫຍ່ໄພສານ ແລະພຣະວິນຍານຂອງພຣະເຈົ້າ ໄດ້ປົກຄຸມຢູ່ເທິງໜ້ານໍ້າ. 3 ພຣະເຈົ້າໄດ້ກ່າວວ່າ, “ໃຫ້ເກີດມີແສງແຈ້ງສ່ອງຂຶ້ນ.” ແລະກໍເປັນດັ່ງນັ້ນ. 4 ພຣະເຈົ້າໄດ້ເຫັນແຈ້ງນັ້ນແລ້ວເຫັນວ່າດີ. ພຣະເຈົ້າແຍກແຈ້ງອອກຈາກມືດ 5 ແລະພຣະເຈົ້າໄດ້ເອີ້ນແຈ້ງນັ້ນວ່າ, “ກາງເວັນ.” ແລະໄດ້ເອີ້ນມືດນັ້ນວ່າ, “ກາງຄືນ.” ມີເວລາຄໍ່າແລະເວລາເຊົ້າ ນັ້ນແມ່ນມື້ທີໜຶ່ງ. 6 ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີແຜ່ນຟ້າໃນລະຫວ່າງນໍ້າ ແຍກນໍ້າອອກຈາກກັນເປັນສອງສ່ວນ.” 7 ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະແຍກນໍ້າອອກຈາກກັນຄື: ນໍ້າທີ່ຢູ່ເທິງແຜ່ນຟ້າແລະນໍ້າທີ່ຢູ່ລຸ່ມແຜ່ນຟ້າ. ແລະກໍເປັນດັ່ງນັ້ນ. 8 ພຣະເຈົ້າໄດ້ເອີ້ນແຜ່ນຟ້ານັ້ນວ່າ, “ຟ້າ.” ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສອງ. 9 ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າມາໂຮມກັນຢູ່ບ່ອນດຽວ ເພື່ອພື້ນດິນແຫ້ງຈະໄດ້ປາກົດຂຶ້ນ.” ແລະກໍເປັນດັ່ງນັ້ນ. 10 ພຣະເຈົ້າໄດ້ເອີ້ນບ່ອນແຫ້ງນັ້ນວ່າ, “ແຜ່ນດິນໂລກ.” ແລະບ່ອນທີ່ນໍ້າມາໂຮມກັນນັ້ນວ່າ, “ທະເລ.” ພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. 11 ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ແຜ່ນດິນເກີດພືດທຸກຊະນິດທັງແນວເປັນເມັດແລະແນວເປັນໝາກຕາມຊະນິດຂອງມັນ.” ແລະກໍເປັນດັ່ງນັ້ນ. 12 ສະນັ້ນ ພືດທຸກຊະນິດຈຶ່ງເກີດຂຶ້ນຕາມຊະນິດຂອງມັນ. ພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. 13 ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສາມ. 14 ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີດວງແຈ້ງໃນທ້ອງຟ້າ ແຍກກາງເວັນຈາກກາງຄືນ ແລະໃຫ້ເປັນເຄື່ອງໝາຍກຳນົດເວລາຂອງມື້, ປີ ແລະລະດູການ; 15 ໃຫ້ດວງແຈ້ງແຫ່ງຈັກກະວານນັ້ນ ສ່ອງແສງລົງມາເທິງແຜ່ນດິນໂລກ.” ແລະກໍເປັນດັ່ງນັ້ນ. 16 ສະນັ້ນ ພຣະເຈົ້າຈຶ່ງສ້າງດວງແຈ້ງໃຫຍ່ສອງດວງຄື: ດວງຕາເວັນເພື່ອຄອບຄອງກາງເວັນ ແລະດວງຈັນເພື່ອຄອບຄອງກາງຄືນ; ພຣະອົງຍັງສ້າງດວງດາວອື່ນໆອີກ. 17 ພຣະເຈົ້າໄດ້ກຳນົດຕຳແໜ່ງດວງແຈ້ງທັງຫລາຍໄວ້ໃນຈັກກະວານໃຫ້ສ່ອງແສງລົງມາສູ່ໂລກ 18 ເພື່ອຄອບຄອງກາງເວັນກັບກາງຄືນ ແລະໃຫ້ແຍກແຈ້ງຈາກມືດ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. 19 ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສີ່. 20 ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ສັດຫລາຍຈຳພວກເກີດຂຶ້ນຢູ່ໃນນໍ້າ ແລະໃຫ້ມີນົກບິນໄປມາໃນທ້ອງຟ້າອາກາດ.” 21 ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງສັດທະເລຂະໜາດໃຫຍ່ ພ້ອມກັບບັນດາສັດນໍ້າທີ່ມີຊີວິດເຄື່ອນໄຫວໄປມາຕາມຊະນິດຂອງມັນ ເກີດຂື້ນຢ່າງບໍຣິບູນໃນນໍ້ານັ້ນ; ນົກທຸກປະເພດຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. 22 ພຣະເຈົ້າໄດ້ອວຍພອນສັດເຫຼົ່ານັ້ນ ໃຫ້ພາກັນແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມນໍ້າທະເລ ແລະທັງໃຫ້ມີຝູງນົກແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມແຜ່ນດິນໂລກ. 23 ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫ້າ. 24 ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີສັດຈຳພວກຕ່າງໆຄື: ສັດບ້ານ, ສັດປ່າ ແລະສັດຍ່າງຍ້າຍເລືອຄານ ເກີດຂຶ້ນທົ່ວແຜ່ນດິນໂລກ.” ແລະກໍເປັນດັ່ງນັ້ນ. 25 ສະນັ້ນ ພຣະເຈົ້າຈຶ່ງໄດ້ສ້າງສັດປ່າຕາມຊະນິດຂອງມັນ, ສັດບ້ານຕາມຊະນິດຂອງມັນ ແລະສັດຍ່າງຍ້າຍເລືອຄານຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ. 26 ແລ້ວພຣະເຈົ້າໄດ້ກ່າວວ່າ, “ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ; ບໍ່ວ່າສັດລ້ຽງຫລືສັດປ່າ, ສັດໃຫຍ່ຫລືສັດນ້ອຍກໍດີ.” 27 ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງມະນຸດໃຫ້ມີຮູບລັກສະນະຂອງພຣະອົງ ຕາມພຣະລັກສະນະຂອງພຣະເຈົ້າ. ພຣະອົງໄດ້ນິຣະມິດສ້າງພວກເຂົາໃຫ້ເປັນຊາຍແລະຍິງ 28 ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.” 29 ພຣະເຈົ້າໄດ້ກ່າວວ່າ, “ເຮົາໃຫ້ພືດເປັນເມັດ ແລະໝາກໄມ້ທຸກຊະນິດແກ່ເຈົ້າເປັນອາຫານ, 30 ແຕ່ສຳລັບສັດປ່າ ແລະນົກທຸກຊະນິດນັ້ນ ເຮົາໃຫ້ຫຍ້າກັບພືດໃບຂຽວທັງໝົດເປັນອາຫານ.” ແລະກໍເປັນດັ່ງນັ້ນ. 31 ພຣະເຈົ້າໄດ້ເຫັນວ່າທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາ ແລ້ວກໍໄດ້ເຫັນວ່າດີຫລາຍ. ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫົກ. |
@ 2012 United Bible Societies. All Rights Reserved.