2 ເຈົ້າຄົງຮູ້ດີແລ້ວວ່າໂບອາດຜູ້ທີ່ເຈົ້າໄປເກັບເອົາຮວງເຂົ້າ ຕົກເຮ່ຍນຳພວກຄົນງານຜູ້ຍິງຂອງເພິ່ນນັ້ນເປັນພີ່ນ້ອງຂອງເຮົາ. ບັດນີ້ ໃຫ້ເຈົ້າຟັງແມ່ໃຫ້ດີ ແລງມື້ນີ້ໂບອາດຈະໄປຟາດເຂົ້າ.
ເມື່ອຂະບວນແຫ່ໄດ້ມາເຖິງລານເຂົ້າຂອງອາຕາດ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ; ພວກເຂົາໄດ້ຈັດພິທີປົງສົບຢ່າງຍິ່ງໃຫຍ່ຂຶ້ນ ແລະໂຢເຊັບກໍຈັດພິທີໄວ້ທຸກເປັນເວລາເຈັດວັນ.
ຝ່າຍນາງນາໂອມີນັ້ນມີພີ່ນ້ອງທາງເອລີເມເຫຼັກຜົວຂອງຕົນຢູ່ຄົນໜຶ່ງຊື່ວ່າ ໂບອາດ. ຊາຍຄົນນີ້ເປັນຄົນຮັ່ງມີແລະທັງມີອິດທິພົນດ້ວຍ.
ແລ້ວໂບອາດກໍເວົ້າກັບນາງຣຸດວ່າ, “ຂ້ອຍຂໍແນະນຳເຈົ້າບາງຢ່າງ. ຢ່າສູ່ໄປເກັບເອົາຮວງເຂົ້າຢູ່ບ່ອນອື່ນ ໃຫ້ເຈົ້າເຮັດວຽກກັບພວກຜູ້ຍິງຢູ່ທີ່ນີ້.
ຕໍ່ມາ ນາງນາໂອມີກໍເວົ້າກັບນາງຣຸດວ່າ, “ແມ່ຕ້ອງຊອກຫາຜົວໃຫ້ເຈົ້າ ເພື່ອເຈົ້າຈະມີຄອບຄົວເປັນຂອງຕົນເອງ.
ສະນັ້ນ ເຈົ້າຈົ່ງອາບນໍ້າ, ທານໍ້າຫອມ ແລະນຸ່ງເຄື່ອງໂຕຈົບງາມທີ່ສຸດ ແລ້ວໃຫ້ເຈົ້າໄປໃນລານບ່ອນທີ່ເພິ່ນກຳລັງຟາດເຂົ້ານັ້ນ ແຕ່ຢ່າໃຫ້ເພິ່ນຮູ້ວ່າເຈົ້າຢູ່ທີ່ນັ້ນ ຈົນກວ່າເພິ່ນກິນແລະດື່ມແລ້ວ.