ພຣະນິມິດ 8:5 - ພຣະຄຳພີສັກສິ5 ແລ້ວເທວະດາຕົນນັ້ນ ໄດ້ຖືໝໍ້ໄປເອົາໄຟຈາກແທ່ນບູຊາໃສ່ຈົນເຕັມ ແລ້ວໂຍນໝໍ້ນັ້ນ ລົງເທິງແຜ່ນດິນໂລກ ແລ້ວກໍເກີດມີຟ້າຮ້ອງ ສຽງແຕກສະໜັ່ນ ຟ້າແມບເຫຼື້ອມ ແລະແຜ່ນດິນຫວັ່ນໄຫວ. Faic an caibideilພຣະຄຳພີລາວສະບັບສະໄໝໃໝ່5 ແລ້ວເທວະດາຕົນນັ້ນໄດ້ຖືໝໍ້ທີ່ເຕັມດ້ວຍໄຟຈາກແທ່ນບູຊາ, ແລ້ວໂຍນລົງເທິງແຜ່ນດິນໂລກ, ເຮັດໃຫ້ເກີດມີສຽງດັງກ້ອງຂອງສຽງຟ້າຮ້ອງ, ສຽງດັງ, ຟ້າແມບເຫລື້ອມ ແລະ ແຜ່ນດິນໄຫວ. Faic an caibideil |
ພຣະອົງກ່າວຕໍ່ເພິ່ນວ່າ, “ຈົ່ງອອກໄປຢືນຢູ່ຕໍ່ໜ້າພຣະເຈົ້າຢາເວເທິງຈອມພູນີ້ ແລ້ວພຣະເຈົ້າຢາເວຈະກາຍໄປ.” ກ່ອນໜ້າພຣະເຈົ້າຢາເວສະເດັດໄປກໍເກີດມີລົມພະຍຸຮ້າຍຈົນເຮັດໃຫ້ພູເຂົາຍະອອກ ແລະເຮັດໃຫ້ກ້ອນຫີນແຕກເປັນກ້ອນໆ, ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນລົມນັ້ນ. ຫລັງຈາກນັ້ນກໍເກີດແຜ່ນດິນໄຫວ, ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນແຜ່ນດິນໄຫວນີ້.