ຈົດບັນຊີ 26:5 - ພຣະຄຳພີສັກສິ5 ເຜົ່າຣູເບັນ (ຣູເບັນເປັນລູກຊາຍກົກຂອງຢາໂຄບ) ປະກອບດ້ວຍຕະກຸນຂອງຮານົກ, ປານລູ, Faic an caibideil |
ຜູ້ຊາຍແຕ່ຊາວປີຂຶ້ນໄປທີ່ເປັນທະຫານໄດ້ ກໍຖືກຈົດຊື່ໄວ້ຕາມຕະກຸນແລະຕາມຄອບຄົວ ໂດຍເລີ່ມແຕ່ເຜົ່າຣູເບັນລູກຊາຍຂອງຢາໂຄບເປັນຕົ້ນໄປ. ຈຳນວນພົນທັງໝົດມີດັ່ງນີ້: ຊື່ເຜົ່າ ຈຳນວນ ຣູເບັນ 46.500 ຄົນ ຊີເມໂອນ 59.300 ຄົນ ກາດ 45.650 ຄົນ ຢູດາ 74.600 ຄົນ ອິດຊາຄາ 54.400 ຄົນ ເຊບູໂລນ 57.400 ຄົນ ເອຟຣາອິມ 40.500 ຄົນ ມານາເຊ 32.200 ຄົນ ເບັນຢາມິນ 35.400 ຄົນ ດານ 62.700 ຄົນ ອາເຊ 41.500 ຄົນ ເນັບທາລີ 53.400 ຄົນ ລວມ 603.550 ຄົນ