3 ພຣະເຈົ້າຢາເວໄດ້ຍິນສຽງຂອງຊາວອິດສະຣາເອນ ຈຶ່ງຊ່ວຍພວກເຂົາຕີຊະນະພວກການາອານ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງທຳລາຍຊາວເມືອງ ແລະເມືອງຕ່າງໆຂອງພວກເຂົາຖິ້ມໝົດ ແລະໄດ້ໃສ່ຊື່ບ່ອນນັ້ນວ່າໂຮມາ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຊົງຟັງຄຳພາວັນນາອະທິຖານຂອງຜູ້ຕໍ່າຕ້ອຍ ພຣະອົງຊົງປະທານຄວາມກ້າຫານໃຫ້ແກ່ເຂົາເຈົ້າ.
ຝ່າຍປະຊາຊົນທີ່ຖືກປະຖິ້ມນັ້ນ ພຣະອົງຈະຟັງ ແລະຈະໄດ້ຍິນຄຳພາວັນນາອະທິຖານຂອງພວກເຂົາ.
ຂ້ານ້ອຍຮັກພຣະເຈົ້າຢາເວ ເພາະພຣະອົງໄດ້ຍິນສຽງຂອງຂ້ານ້ອຍຮ້ອງຫາ ພຣະອົງຊົງຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ.
ເຮົາຈະຂານຕອບເມື່ອພວກເຂົາເອີ້ນຫາເຮົາ ເຮົາຈະຢູ່ນຳເມື່ອພວກເຂົາເດືອດຮ້ອນ. ເຮົາຈະຊ່ວຍກູ້ເອົາພວກເຂົາໃຫ້ພົ້ນໄພ ທັງຈະໃຫ້ຍົດສັກແກ່ເຂົາເຈົ້າດ້ວຍ.
ແລ້ວພວກອາມາເຫຼັກແລະພວກການາອານທີ່ຢູ່ໃນທີ່ນັ້ນກໍໄດ້ໂຈມຕີຄືນ ແລະຂັບໄລ່ພວກເຂົາໃຫ້ພ່າຍແພ້ຢ່າງສິ້ນເຊີງທີ່ເມືອງໂຮມາ.
ແລ້ວຊາວອາໂມທີ່ໄດ້ອາໄສຢູ່ຕາມເຂດເນີນພູ ກໍອອກມາສູ້ຮົບພວກເຈົ້າ ເໝືອນດັ່ງໂຕເຜິ້ງທີ່ບິນອອກຈາກຮັງຂອງມັນ. ພວກເຂົາໄດ້ໄລ່ຕາມລ່າພວກເຈົ້າໃນເຂດເອໂດມມາຈົນເຖິງໂຮມາ ແລະຊະນະພວກເຈົ້າຢູ່ທີ່ນັ້ນ.
ແຕ່ເມື່ອພວກເຈົ້າຢຶດຄອງເມືອງຕ່າງໆຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນັ້ນ ຈົ່ງຂ້າທຸກໆຄົນຖິ້ມ.
ກະສັດຂອງໂຮມາ, ກະສັດຂອງອາຣາດ,
ເອນໂຕລັດ, ເກສິນ, ໂຮມາ,
ຊາວຢູດາໄດ້ໄປກັບຊາວຊີເມໂອນ ແລະຮ່ວມກັນຕີຊະນະຊາວການາອານຢູ່ທີ່ເມືອງເຊຟັດ. ພວກເຂົາໄດ້ທຳລາຍເມືອງຖິ້ມຈົນກ້ຽງ ແລະຕັ້ງຊື່ໃໝ່ໃຫ້ເມືອງນີ້ວ່າ ໂຮມາ.
ແລະໃຫ້ປະຊາຊົນຕາມຫົວເມືອງຕ່າງໆຂອງໂຮມາ, ໂບຣາຊານ, ອາຕາກ,