ຕໍ່ໄປນີ້ແມ່ນບັນຊີຈຳນວນໂລຫະທີ່ໄດ້ໃຊ້ສ້າງຫໍເຕັນສັກສິດ, ຫໍເຕັນສັກສິດແຫ່ງຄຳພິຍານ ບ່ອນມີຫີນສອງແຜ່ນຈາລຶກຄຳສັ່ງຂອງພຣະເຈົ້າສິບຂໍ້ຖືກບັນຈຸໄວ້. ບັນຊີນີ້ໄດ້ຂຽນຂຶ້ນຕາມຄຳສັ່ງຂອງໂມເຊ ແລະຊາວເລວີ ເປັນຜູ້ລົງມືປະຕິບັດງານ ພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.