18 ໂມເຊແລະອາໂຣນຈຶ່ງໄດ້ເອີ້ນຊຸມຊົນອິດສະຣາເອນທັງໝົດມາ ແລະໄດ້ຈົດຊື່ພວກເຂົາທັງໝົດຕາມຕະກຸນ ແລະຕາມຄອບຄົວ. ຜູ້ຊາຍອິດສະຣາເອນທຸກຄົນ ຕັ້ງແຕ່ອາຍຸຊາວປີຂຶ້ນໄປໄດ້ຖືກຈົດຊື່ ແລະຖືກນັບໄວ້
ມີຈຳນວນ 652 ຄົນ ໃນຕະກຸນເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະອິມເມ; ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ.
ໃນຕະກຸນຂອງເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະອິມເມ, ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ ມີ 642 ຄົນ.
ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
ໃນມື້ທີໜຶ່ງຂອງເດືອນທີສອງໃນປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນອອກຈາກປະເທດເອຢິບແລ້ວ ພຣະເຈົ້າຢາເວໄດ້ບອກໂມເຊ ທີ່ຫໍເຕັນບ່ອນຊຸມນຸມ ທີ່ຖິ່ນແຫ້ງແລ້ງກັນດານຊີນາຍວ່າ,
ດ້ວຍການຊ່ວຍເຫລືອຂອງສິບສອງຄົນນີ້ ໃນມື້ທີໜຶ່ງຂອງເດືອນທີສອງ
ບິດາມານດາ ຫລືເຊື້ອວົງຂອງທ່ານບໍ່ມີກ່າວໄວ້ ວັນຕົ້ນແລະວັນປາຍແຫ່ງຊີວິດຂອງທ່ານ ກໍບໍ່ມີເໝືອນກັນ ແຕ່ເປັນເໝືອນພຣະບຸດຂອງພຣະເຈົ້າ ຈຶ່ງດຳລົງຢູ່ເປັນປະໂຣຫິດສືບໆໄປ.
ເມຄີເຊເດັກບໍ່ໄດ້ສືບເຊື້ອສາຍມາຈາກເລວີ ແຕ່ເພິ່ນກໍໄດ້ຮັບໜຶ່ງສ່ວນສິບຈາກອັບຣາຮາມ ແລະໄດ້ອວຍພອນອັບຣາຮາມ ຜູ້ທີ່ໄດ້ຮັບພຣະສັນຍາຂອງພຣະເຈົ້າ.