Biblia Todo Logo
Bìoball air-loidhne

- Sanasan -




ໂຢຊວຍ 6:9 - ພຣະຄຳພີສັກສິ

9 ແລ້ວ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງຫລັງ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.

Faic an caibideil Dèan lethbhreac




ໂຢຊວຍ 6:9
6 Iomraidhean Croise  

ແລ້ວ​ຄວາມ​ກະລຸນາ​ຂອງເຮົາ​ກໍ​ຈະ​ສ່ອງແສງ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຕອນເຊົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ຈະ​ຖືກ​ປິ່ນປົວ​ໃຫ້​ຫາຍດີ​ໄວ. ແລະ​ຄວາມຊອບທຳ​ຂອງເຈົ້າ​ຈະ​ນຳໜ້າ​ເຈົ້າ​ໄປ, ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ຈະ​ປົກປັກ​ຮັກສາ​ເຈົ້າ​ຮອບດ້ານ.


ສຸດທ້າຍ​ໃຫ້​ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ດານ ທີ່​ເປັນ​ໜ່ວຍ​ປ້ອງກັນ​ດ້ານຫລັງ​ຂອງ​ທຸກໆ​ກອງພົນ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ ໂດຍ​ມີ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ ເປັນ​ຜູ້​ບັນຊາການ.


ແຕ່​ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ບໍ່​ໃຫ້​ຮ້ອງໂຮ ຫລື​ເວົ້າຫຍັງ ຈົນກວ່າ​ເພິ່ນ​ຈະ​ໃຫ້​ຄຳສັ່ງ​ໃໝ່.


ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເປັນ​ເທື່ອ​ທີ​ສອງ ຕາມ​ລະບຽບ​ທີ່​ໄດ້​ວາງ​ໄວ້​ໃນ​ມື້​ກ່ອນ​ນັ້ນ ຄື​ທະຫານ​ກອງໜ້າ​ຍ່າງ​ອອກ​ກ່ອນ; ຕໍ່ມາ​ແມ່ນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ເຈັດ​ອັນ ແລ້ວ​ແມ່ນ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງ​ນຳຫລັງ​ຫີບ​ຂອງ​ພຣະເຈົ້າຢາເວ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.


ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ໂຢຊວຍ ທະຫານ​ກອງໜ້າ​ຈຶ່ງ​ເລີ່ມ​ຍ່າງ​ອອກ​ກ່ອນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ຕໍ່ໜ້າ​ພຣະເຈົ້າຢາເວ; ຕາມ​ຫລັງ​ພວກ​ເຫຼົ່ານີ້​ມີ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


Lean sinn:

Sanasan


Sanasan