ໂຢຊວຍ 4:23 - ພຣະຄຳພີສັກສິ23 ໃຫ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງສຳລັບພວກເຈົ້າ ຈົນກວ່າພວກເຈົ້າທຸກໆຄົນຂ້າມໄປໄດ້ໝົດ ເໝືອນດັ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ນໍ້າທະເລແດງແຫ້ງລົງສຳລັບພວກເຮົາ. Faic an caibideil |
ຂໍໂຜດຟັງຄຳພາວັນນາອະທິຖານຂອງເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງເຂົາ ແລະເຮັດຕາມທີ່ເຂົາຮ້ອງຂໍດ້ວຍເທີ້ນ ເພື່ອວ່າປະຊາຊົນທົ່ວໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະຢຳເກງພຣະອົງ, ເໝືອນດັ່ງປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງນີ້ ແມ່ນບ່ອນທີ່ຮ້ອງຂໍອອກນາມຊື່ຂອງພຣະອົງ.