Biblia Todo Logo
Bìoball air-loidhne

- Sanasan -




ໂຢຊວຍ 19:8 - ພຣະຄຳພີສັກສິ

8 ເຂດແດນ​ນີ້​ຮວມ​ເອົາ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່ານີ້ ໄປ​ຈົນເຖິງ​ບາອາລາດ​ເບເອ (ຫລື​ຣາມາ​ໃນ​ເນເກັບ) ທາງທິດໃຕ້. ເຂດແດນ​ນີ້​ເປັນ​ສ່ວນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຊີເມໂອນ​ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.

Faic an caibideil Dèan lethbhreac




ໂຢຊວຍ 19:8
4 Iomraidhean Croise  

ແລະ​ບ້ານ​ທັງຫລາຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄກ​ໄປ​ຈົນເຖິງ​ທິດ​ຕາເວັນຕົກ​ສ່ຽງໃຕ້​ຂອງ​ເມືອງ​ບາອາລາດ. ນີ້ແຫລະ ຄື​ການ​ບັນທຶກ​ສຳມະໂນຄົວ​ແລະ​ບ່ອນຕ່າງໆ​ທີ່​ພວກເຂົາ​ອາໄສ​ຢູ່.


ນອກ​ນີ້​ຍັງ​ມີ​ເມືອງ​ອາອິນ, ຣິມໂມນ, ເອເທ ແລະ​ອາຊານ. ຮວມ​ທັງໝົດ​ມີ 4 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ດ້ວຍວ່າ, ສ່ວນ​ທີ່​ໄດ້​ມອບ​ໃຫ້​ເຜົ່າຢູດາ​ນັ້ນ​ໃຫຍ່​ເກີນ​ຄວາມ​ຕ້ອງການ. ດັ່ງນັ້ນ ສ່ວນ​ໜຶ່ງ​ໃນ​ເຂດແດນ​ນີ້​ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ເຜົ່າ​ຊີເມໂອນ.


ເພິ່ນ​ໄດ້​ສົ່ງ​ສິ່ງຂອງ​ເຫຼົ່ານີ້​ໄປ​ໃຫ້​ຄົນ​ຢູ່​ໃນ​ເມືອງ​ຕ່າງໆ ເຊັ່ນ: ເບັດເອນ, ຣາມາ​ທີ່​ຢູ່​ທາງ​ພາກໃຕ້​ຂອງ​ຢູດາຍ, ຢັດຕີ,


Lean sinn:

Sanasan


Sanasan