2 ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນທີ່ຖືກມອບໃຫ້ເກົ້າເຜົ່າເຄິ່ງນັ້ນ ໃຫ້ພວກເຂົາກຳນົດເອົາໂດຍການໃຊ້ສະຫລາກ.
ມະນຸດໃຊ້ສະຫລາກຢາກຮູ້ພຣະປະສົງ, ແຕ່ແມ່ນພຣະເຈົ້າຢາເວເອງທີ່ເປັນຜູ້ໃຫ້ຄຳຊີ້ຂາດ.
ຖ້າວ່າສອງຄົນມີອຳນາດໂຕ້ຖຽງກັນໃນສານ ຈົ່ງລະງັບເຫດການໂດຍການໃຊ້ສະຫລາກ.
ເມື່ອທີ່ດິນໄດ້ຖືກແບ່ງໃຫ້ເປັນສ່ວນຂອງແຕ່ລະເຜົ່າແລ້ວ ຈົ່ງຖວາຍທີ່ດິນຕອນໜຶ່ງໃຫ້ເປັນສ່ວນຂອງພຣະເຈົ້າຢາເວ. ທີ່ດິນຕອນນີ້ໃຫ້ຍາວສິບສອງກິໂລແມັດເຄິ່ງ ແລະໃຫ້ກວ້າງສິບກິໂລແມັດ. ທີ່ດິນຕອນນີ້ທັງໝົດຈະສັກສິດ.
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຈົ່ງແບ່ງປັນດິນແດນໃຫ້ເຜົ່າ ແລະຕະກຸນຕ່າງໆໂດຍວິທີໃຊ້ສະຫລາກຄື: ຕະກຸນທີ່ມີຫລາຍຄົນໃຫ້ມີດິນແດນຫລາຍ ແລະຕະກຸນທີ່ມີໜ້ອຍຄົນໃຫ້ມີດິນແດນໜ້ອຍ ທຸກຄົນຈະໄດ້ຮັບດິນແດນເປັນກຳມະສິດ ຕາມທີ່ສະຫລາກໄດ້ຕົກຖືກຕົນ ການແບ່ງປັນນີ້ໄດ້ເຮັດຕາມຕະກຸນປູ່ຍ່າຕາຍາຍຂອງແຕ່ລະເຜົ່າ.
ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ.
“ປະໂຣຫິດເອເລອາຊາແລະໂຢຊວຍລູກຊາຍຂອງນູນ ຈະເປັນຜູ້ແບ່ງປັນດິນແດນໃຫ້ປະຊາຊົນ.
ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາເຈົ້າຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ.
ແລ້ວພວກເພິ່ນກໍໃຊ້ສະຫລາກ ເພື່ອເລືອກເອົາຜູ້ໜຶ່ງໃນສອງຄົນນີ້ ແລະຜູ້ທີ່ຖືກເລືອກໄດ້ແມ່ນມັດເທຍ. ດັ່ງນັ້ນ ມັດເທຍຈຶ່ງຖືກນັບເຂົ້າເປັນຄົນໜຶ່ງ ໃນພວກອັກຄະສາວົກສິບເອັດຄົນນັ້ນ.
ບັດນີ້ ໃຫ້ເຈົ້າແບ່ງປັນດິນແດນນີ້ໃຫ້ແກ່ເກົ້າເຜົ່າ ແລະເຜົ່າມານາເຊເຄິ່ງເຜົ່າ ເພື່ອໃຫ້ເປັນກຳມະສິດຂອງພວກເຂົາ.”
ໂຢຊວຍໄດ້ໃຊ້ສະຫລາກໃຫ້ພວກເຂົາຢູ່ທີ່ຊີໂລຊ້ອງໜ້າພຣະເຈົ້າຢາເວ ແລະໄດ້ມອບດິນແດນໃຫ້ແກ່ທຸກໆເຜົ່າທີ່ເຫຼືອຢູ່ນັ້ນ ຕາມສ່ວນແບ່ງຂອງໃຜລາວ.
ໃຫ້ພວກເຈົ້າແຕ້ມແຜນທີ່ຂອງດິນແດນເຈັດສ່ວນເຫຼົ່ານີ້ ແລະນຳມາໃຫ້ຂ້າພະເຈົ້າ. ແລ້ວຂ້າພະເຈົ້າກໍຈະໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າ.