4 ແລ້ວຂ້ານ້ອຍກໍຄິດວ່າ, “ພວກເຂົາຂີ້ທຸກ ແລະໂງ່ກັນໝົດ ພວກເຂົາພາກັນປະພຶດຕົວຢ່າງໂງ່ຈ້າແທ້ໆ; ພວກເຂົາບໍ່ຮູ້ຈັກທາງຂອງພຣະເຈົ້າຢາເວ ທັງບໍ່ຮູ້ວ່າພຣະເຈົ້າຂອງພວກເຂົາຢາກໃຫ້ເຮັດຫຍັງຊໍ້າ.
ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ.
ຖ້າພວກເຈົ້ານຳໄປຫາຜູ້ໃດທີ່ບໍ່ຮູ້ຈັກອ່ານ ແລະບອກໃຫ້ລາວອ່ານສູ່ຟັງ ຜູ້ນັ້ນກໍຈະຕອບວ່າ, ຕົນບໍ່ຮູ້ຈັກອ່ານ.
ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້?
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.”
ເບິ່ງດູ ພວກເຈົ້າໄວ້ວາງໃຈໃນຄຳຫລອກລວງຕ່າງໆ.
ແມ່ນແຕ່ນົກຍາງຢູ່ເທິງຟ້າຍັງຮູ້ຈັກຍາມກັບມາ; ນົກກາງແກ, ນົກແອ່ນ ແລະນົກຂຽນ ກໍຍັງຮູ້ຈັກເວລາຍົກຍ້າຍມາ. ແຕ່ປະຊາຊົນຂອງເຮົາ ພວກເຈົ້າບໍ່ຮູ້ຈັກກົດບັນຍັດທັງຫລາຍຂອງເຮົາທີ່ໃຊ້ປົກຄອງພວກເຈົ້າ.
ພວກເຂົາຕຽມພ້ອມທີ່ຈະເວົ້າຕົວະຢູ່ສະເໝີ ຄວາມບໍ່ສັດຊື່ແທນຄວາມຈິງປົກຄອງດິນແດນນີ້.” ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຂອງເຮົາເຮັດຊົ່ວແລ້ວເຮັດຊົ່ວອີກ ທັງບໍ່ໄດ້ຮັບຮູ້ເຮົາວ່າເປັນພຣະເຈົ້າຂອງພວກເຂົາ.”
ປະຊາຊົນຂອງເຮົາໄດ້ຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ພວກເຈົ້າຜູ້ເປັນປະໂຣຫິດບໍ່ຍອມຮັບຮູ້ເຮົາ ແລະໄດ້ປະຖິ້ມຄຳສັ່ງສອນຂອງເຮົາ; ດັ່ງນັ້ນ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະບໍ່ຍອມຮັບຮູ້ລູກຊາຍຂອງພວກເຈົ້າວ່າ ເປັນປະໂຣຫິດຂອງເຮົາ.
ຄື: ຄົນຕາບອດເຫັນຮຸ່ງໄດ້, ຄົນຂາຫ້ານຍ່າງໄດ້, ຜູ້ທີ່ເປັນພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍມີການປະກາດແກ່ຄົນຍາກຈົນ.