Biblia Todo Logo
Bìoball air-loidhne

- Sanasan -




ເຢເຣມີຢາ 4:4 - ພຣະຄຳພີສັກສິ

4 ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”

Faic an caibideil Dèan lethbhreac




ເຢເຣມີຢາ 4:4
36 Iomraidhean Croise  

ພວກເຂົາ​ປະຖິ້ມ​ເຮົາ​ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຍ້ອນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ເຮົາ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ຢ່າງ​ບໍ່ມີ​ມື້​ສິ້ນສຸດ.


ພຣະເຈົ້າ​ອົງ​ເປັນ​ແສງແຈ້ງ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ໄຟ​ນັ້ນ. ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ແປວໄຟ​ນັ້ນ ຊຶ່ງ​ຈະ​ເຜົາຜານ​ທຸກໆ​ສິ່ງ​ພາຍ​ໃນ​ວັນ​ດຽວ​ເທົ່ານັ້ນ ແມ່ນແຕ່​ຕົ້ນໜາມ​ກັບ​ພຸ່ມໜາມ​ກໍດີ.


ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ຈົ່ງ​ຕື່ນ​ຂຶ້ນ​ເອງ ແລະ​ລຸກ​ຂຶ້ນ​ສາ​ເຖີດ ເຈົ້າ​ມົວເມົາ​ດ້ວຍ​ຈອກ​ແຫ່ງ​ການ​ລົງໂທດ​ທັນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ​ດື່ມ​ຍ້ອນ​ຄວາມ​ໂກດຮ້າຍ; ເຈົ້າ​ໄດ້​ດື່ມ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊເຊ​ຍ່າງ​ໄປ​ບໍ່​ທຸ່ນທ່ຽງ.


ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຮັບໃຊ້​ເຫຼົ່າ​ສັດຕູ​ໃນ​ປະເທດ​ໜຶ່ງ ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ ເພາະ​ຄວາມ​ໂກດຮ້າຍ​ຂອງເຮົາ​ເປັນ​ດັ່ງ​ໄຟ ຊຶ່ງ​ໄໝ້​ເຜົາຜານ​ຕະຫລອດໄປ.”


ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ພະຍຸ​ໃຫຍ່ ຄື​ລົມ​ແຮງ​ທີ່​ຈະ​ພັດ​ກະໜໍ່າ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຮ້າຍ


ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ​ປະຊາຊົນ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກ​ນີ້​ຕັດ​ຜົມ​ຂອງ​ພວກເຂົາ​ສັ້ນໆ. ປະຊາຊົນ​ເຫຼົ່ານີ້​ລ້ວນແຕ່​ໄດ້​ຮັບ​ພິທີຕັດ; ແຕ່​ບໍ່ມີ​ຜູ້ໃດ​ໄດ້​ຮັກສາ​ພັນທະສັນຍາ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ບໍ່ມີ​ຜູ້ໃດ​ໃນ​ປະຊາຊົນ​ເຫຼົ່ານີ້ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ຮັກສາ​ພັນທະສັນຍາ​ຂອງເຮົາ​ເລີຍ.”


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


ເຮົາ​ຈະ​ກ່າວໂທດ​ເຈົ້າ​ໃນ​ຖານ​ຫລີ້ນຊູ້ ແລະ​ຂ້າ​ຄົນ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ທັງ​ໂມໂຫ​ນັ້ນ ເຮົາ​ຈະ​ລົງໂທດ​ເຈົ້າ​ໃຫ້​ເຖິງ​ຕາຍ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.


ເຮົາ​ຈະ​ຕົບ​ມື​ຂອງເຮົາ​ຄືກັນ​ແລະ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ໝົດ​ໄປ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ເຮົາ​ໄດ້​ປະ​ເລືອດ​ໄວ້​ຢູ່​ທີ່​ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຈະ​ເຊື່ອງ​ໄວ້​ໄດ້ ຄື​ບ່ອນ​ທີ່​ມັນ​ຮ້ອງຂໍ​ແກ້ແຄ້ນ​ຄືນ​ຢ່າງ​ຮ້າຍກາດ.”


ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.


ພວກ​ທີ່​ຢູ່​ຫ່າງໄກ​ຈະ​ເຈັບໄຂ້ ແລະ​ຕາຍ; ພວກ​ທີ່​ຢູ່​ອ້ອມແອ້ມ​ຈະ​ຖືກ​ຂ້າ​ໃນ​ສົງຄາມ; ພວກ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ອຶດ​ຕາຍ. ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ສຸດຂີດ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ອັນ​ເປັນ​ຕົ້ນເຫດ​ໃຫ້​ເຮົາ​ຫັນ​ມາ​ຕໍ່ສູ້​ພວກເຂົາ ແລະ​ສົ່ງ​ພວກເຂົາ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ. ໃນທີ່ສຸດ ເມື່ອ​ເຊື້ອສາຍ​ຂອງ​ພວກເຂົາ​ຍອມ​ຖ່ອມຕົວ​ລົງ ແລະ​ຍອມ​ຮັບ​ໂທດ ອັນ​ເນື່ອງ​ມາ​ຈາກ​ການບາບ ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ​ແລ້ວ


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ຖ້າ​ບໍ່​ຍອມ ພຣະອົງ​ກໍ​ຈະ​ກຳຈັດ​ປະຊາຊົນ​ອິດສະຣາເອນ​ດັ່ງ​ໄຟ​ທີ່​ເຜົາຜານ. ໄຟ​ນັ້ນ​ຈະ​ລຸກ​ໄໝ້​ຊາວ​ເບັດເອນ ແລະ​ບໍ່ມີ​ຜູ້ໃດ​ຈະ​ມອດ​ມັນ​ໄດ້.


ກ່ອນ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ເຜົາຜານ​ຂອງ​ພຣະເຈົ້າຢາເວ ຈະ​ມາ​ເຖິງ​ພວກເຈົ້າ ຄື​ກ່ອນ​ວັນ​ທີ່​ພຣະອົງ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ.


ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ເຫດສະນັ້ນ ຈົ່ງ​ຮັບ​ພິທີຕັດ ໃນ​ໃຈ ແລະ​ຢ່າ​ດື້ດຶງ​ຕໍ່ໄປ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້.


Lean sinn:

Sanasan


Sanasan