8 ພວກຜູ້ທຳນວາຍໄດ້ກ່າວມາຕັ້ງນານແລ້ວ ກ່ອນສະໄໝຂອງຂ້າພະເຈົ້າ ແລະຂອງທ່ານ ໂດຍໄດ້ທຳນວາຍວ່າສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະມາຖືກຫລາຍຊົນຊາດແລະອານາຈັກທີ່ມີອຳນາດທັງຫລາຍ.
ຍັງມີຜູ້ທຳນວາຍຄົນໜຶ່ງຊື່ວ່າເອລີຢາ ໄທເມືອງຕີຊະເບໃນເຂດກີເລອາດໄດ້ບອກກະສັດອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນອົງຊົງພຣະຊົນຢູ່ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງຫລືສາມປີຂ້າງໜ້າຈະບໍ່ມີນໍ້າໝອກຫລືນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.”
ມີກາອີຢາຕອບວ່າ, “ຂ້ານ້ອຍໄດ້ເຫັນກອງທັບອິດສະຣາເອນ ຖືກກະຈັດກະຈາຍໄປທົ່ວທັງພູດອຍ ດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ. ຝ່າຍພຣະເຈົ້າຢາເວກໍໄດ້ກ່າວວ່າ, ‘ຄົນເຫຼົ່ານີ້ບໍ່ມີຜູ້ນຳ; ຈົ່ງໃຫ້ພວກເຂົາກັບຄືນເມືອເຮືອນຢ່າງສັນຕິສຸກເຖີດ.”’
ກະສັດອາຮາບຕອບວ່າ, “ຍັງມີຢູ່ອີກຄົນໜຶ່ງທີ່ຈະປຶກສາພຣະເຈົ້າຢາເວໄດ້ ຊື່ວ່າມີກາອີຢາ ລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າກຽດຊັງລາວເພາະລາວບໍ່ເຄີຍທຳນວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ; ລາວທຳນວາຍແຕ່ເລື່ອງບໍ່ດີທັງນັ້ນ.” ກະສັດເຢໂຮຊາຟັດຕອບຄືນວ່າ, “ທ່ານບໍ່ຄວນເວົ້າຢ່າງນັ້ນ.”
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບນະຄອນບາບີໂລນ ທີ່ເອຊາຢາລູກຊາຍຂອງອາໂມດໄດ້ຮັບຈາກພຣະເຈົ້າ.
ພວກເຂົາຈະໃຊ້ໜ້າທະນູກັບລູກທະນູຂ້າພວກຊາຍໜຸ່ມ ແລະຈະບໍ່ເມດຕາພວກເດັກອ່ອນ ແລະເອັນດູພວກເດັກນ້ອຍ.
ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ.
ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາຄັ້ງທີສອງ