3 ແລ້ວພຣະອົງກໍໄດ້ບອກຂ້າພະເຈົ້າສົ່ງຂ່າວສານ ໄປເຖິງບັນດາກະສັດແຫ່ງເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະຊີໂດນ; ໂດຍຜ່ານທາງບັນດາຕົວແທນຂອງພວກເຂົາ ທີ່ໄດ້ມານະຄອນເຢຣູຊາເລັມເພື່ອພົບເຈົ້າເຊເດກີຢາ.
ເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາເນັດຊາ ຜູ້ທີ່ໄດ້ບັງຄັບເພິ່ນໃຫ້ສາບານໂດຍພຣະເຈົ້າວ່າຈະຍອມສັດຊື່. ເພິ່ນດື້ດຶງບໍ່ຍອມກັບໃຈໃໝ່ ແລະຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
ເມືອງຊີໂດນເອີຍ ເຈົ້າຖືກອັບອາຍຂາຍໜ້າສາແລ້ວ ທະເລແລະມະຫາສະໝຸດອັນກວ້າງເລິກບອກປະຕິເສດໄປວ່າ, “ເຮົາບໍ່ເຄີຍມີລູກຈັກເທື່ອ. ເຮົາບໍ່ເຄີຍລ້ຽງລູກຊາຍລູກຍິງເລີຍ.”
ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກຂ້າພະເຈົ້າ ໃຫ້ສັ່ງພວກເຂົາໄປບອກກະສັດຂອງພວກເຂົາວ່າ, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
ໃນປີດຽວກັນນັ້ນ ຄືໃນເດືອນທີຫ້າຂອງຣາຊການປີທີສີ່ຂອງກະສັດເຊເດກີຢາແຫ່ງຢູດາຍ ຜູ້ທຳນວາຍຮານານີຢາລູກຊາຍຂອງອັດຊູຣະ ຊາວເມືອງກີເບໂອນ ໄດ້ເວົ້າຕໍ່ຂ້າພະເຈົ້າໃນວິຫານຂອງພຣະເຈົ້າຢາເວ. ຢູ່ຊ້ອງໜ້າຂອງພວກປະໂຣຫິດ ແລະປະຊາຊົນໃນທີ່ນັ້ນ ລາວໄດ້ເວົ້າຕໍ່ຂ້າພະເຈົ້າວ່າ,
“ມະນຸດເອີຍ ເຈົ້າເນບູກາດເນັດຊາແຫ່ງບາບີໂລນ ບຸກໂຈມຕີເມືອງຕີເຣແລ້ວ. ລາວໄດ້ເຮັດໃຫ້ທະຫານຂອງຕົນແບກຫາບພາລະໜັກ ຈົນຫົວເຂົາລ້ານແລະບ່າເຂົາດ້ານ; ແຕ່ກະສັດຕະຫລອດທັງກອງທັບຂອງຕົນບໍ່ໄດ້ຫຍັງເລີຍ ຈາກຄວາມລຳບາກນາໆປະການຂອງເຂົາ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຕີເຣໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຈັບເອົາຄົນທັງຊາດໄປເປັນຊະເລີຍໃນດິນແດນເອໂດມ ແລະບໍ່ໄດ້ຖືຮັກສາສັນຍາມິດຕະພາບທີ່ພວກເຂົາໄດ້ເຮັດໄວ້.