Biblia Todo Logo
Bìoball air-loidhne

- Sanasan -




ເຢເຣມີຢາ 11:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສາບແຊ່ງ​ທຸກໆ​ຄົນ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ພັນທະສັນຍາ​ນີ້.

Faic an caibideil Dèan lethbhreac




ເຢເຣມີຢາ 11:3
8 Iomraidhean Croise  

ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຕອບ​ວ່າ, ‘ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”’


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ເຮັດ​ວຽກງານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ໝົດ​ຈິດ​ໝົດໃຈ ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ໃຊ້​ດາບ​ຂອງຕົນ​ເພື່ອ​ຟັນ​ແລະ​ເຂັ່ນຂ້າ).


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.”’


Lean sinn:

Sanasan


Sanasan