Biblia Todo Logo
Bìoball air-loidhne

- Sanasan -




ເອຊາຢາ 8:4 - ພຣະຄຳພີສັກສິ

4 ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”

Faic an caibideil Dèan lethbhreac




ເອຊາຢາ 8:4
16 Iomraidhean Croise  

ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.


ແລ້ວ​ເຮົາ​ກໍ​ສົມຄວນ​ມີ​ຄວາມ​ເມດຕາ​ຕໍ່​ນີເນເວ​ເມືອງ​ໃຫຍ່​ນີ້ ຫລາຍກວ່າ​ມັນ​ເທົ່າໃດ. ຈົ່ງ​ພິຈາລະນາ​ເບິ່ງ​ໃຫ້​ດີ ເມືອງ​ນີ້​ມີ​ເດັກນ້ອຍ​ທີ່​ບໍ່​ຮູ້​ດຽງສາ​ຫຼາຍກວ່າ​ແສນສອງໝື່ນ​ຄົນ ແລະ​ມີ​ສັດ​ລ້ຽງ​ເປັນ​ຈຳນວນ​ຫລວງຫລາຍ​ອີກ​ດ້ວຍ.”


ກະສັດ​ຊານມາເນເຊ​ແຫ່ງ​ອັດຊີເຣຍ​ໄດ້​ເຮັດ​ເສິກ​ຕໍ່ສູ້​ເພິ່ນ; ກະສັດ​ໂຮເຊຢາ​ຈຶ່ງ​ຍອມ​ຈຳນົນ​ຕໍ່​ກະສັດ​ຊານມາເນເຊ ແລະ​ເສຍສ່ວຍ​ໃຫ້​ເພິ່ນ​ທຸກ​ປີ.


ເພື່ອ​ຕອບ​ຄຳ​ຂໍຮ້ອງ​ຂອງ​ກະສັດ​ອາຮາດ ກະສັດ​ຕີກະລາດ​ປີເລເສ​ໄດ້​ຍົກທັບ​ໄປ​ຕໍ່ສູ້​ນະຄອນ​ດາມັສກັດ, ຢຶດເອົາ​ເມືອງ, ຂ້າ​ກະສັດ​ເຣຊິນ ແລະ​ຈັບ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ກີຣະ.


ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ


ຊາດ​ອິດສະຣາເອນ​ຈະ​ຂາດ​ທີ່​ປ້ອງກັນ ແລະ​ນະຄອນ​ດາມັສກັດ​ກໍ​ຈະ​ສູນເສຍ​ເອກະລາດ. ຊາວ​ຊີເຣຍ​ຜູ້​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ​ກັບ​ຊາວ​ອິດສະຣາເອນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ດາມັສກັດ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ໂດຍ​ສະເພາະ​ແລ້ວ ພວກເຂົາ​ໄດ້​ປະຕິບັດ​ຢ່າງ​ໂຫດຮ້າຍ​ຕໍ່​ຊາວ​ກີເລອາດ.


ຄວາມ​ຮຸ່ງເຮືອງ​ອັນ​ຫ່ຽວແຫ້ງ​ຂອງ​ພວກຜູ້ນຳ ທີ່​ອວດອົ່ງ​ຈອງຫອງ​ເຫຼົ່ານັ້ນ​ຈະ​ສູນຫາຍ​ໄປ ດັ່ງ​ໝາກເດື່ອສຸກ​ຮວດ​ທຳອິດ​ໃນ​ລະດູ ເມື່ອ​ມັນ​ສຸກ​ແລ້ວ​ກໍ​ເກັບ​ເອົາ​ມາ​ກິນ​ໄດ້​ທັນທີ.


ເຮົາ​ຈະ​ທຳລາຍ​ເມືອງ​ດາມັສກັດ​ໃຫ້​ແຕກ​ໝຸ່ນ​ທະລາຍ ແລະ​ຈະ​ຂັບໄລ່​ຄົນ​ທີ່​ຢູ່​ໃນ​ຮ່ອມພູ​ອາເວນ​ອອກ​ໜີໄປ ແລະ​ຜູ້ປົກຄອງ​ເບັດເອເດນ​ດ້ວຍ. ປະຊາຊົນ​ຊາວ​ຊີເຣຍ​ຈະ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ກີຣະ.”


Lean sinn:

Sanasan


Sanasan