19 ເຮົາຂໍຝາກຄວາມຄິດເຖິງ ມາຍັງປີຊະກີລາກັບອາກີລາ ແລະຄອບຄົວໂອເນຊີໂຟໂຣ.
19 ເຮົາຂໍຝາກຄວາມຄິດເຖິງມາຍັງປີຊະກີລາກັບອາກີລາ ແລະ ຄົວເຮືອນຂອງໂອເນຊິໂຟໂຣ.
ຖ້າເຈົ້າຄຳນັບພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າໄດ້ເຮັດຫຍັງດີລື່ນຄົນອື່ນແດ່? ແມ່ນແຕ່ຄົນບໍ່ເຊື່ອພຣະເຈົ້າກໍເຮັດເຊັ່ນນັ້ນເໝືອນກັນ.
ຫລັງຈາກທີ່ໂປໂລໄດ້ພັກຢູ່ນຳຄົນທີ່ເຊື່ອອີກຫລາຍວັນ ເພິ່ນກໍອຳລາພວກເຂົາ ແລ້ວລົງເຮືອເດີນທາງໄປສູ່ແຂວງຊີເຣຍ ປີຊະກີລາ ແລະ ອາກີລາກໍເດີນທາງໄປນຳດ້ວຍ ຢູ່ທີ່ເມືອງເກັນເຂໄອ ກ່ອນລົງເຮືອອອກເດີນທາງໂປໂລໄດ້ແຖຫົວ ເພາະໄດ້ບະບົນຕົວໄວ້.
ໃນທີ່ນີ້ ເພິ່ນໄດ້ພົບຄົນຢິວຜູ້ໜຶ່ງຊື່ວ່າ ອາກີລາ ຊຶ່ງເກີດຢູ່ທີ່ແຂວງປົນໂຕ ແລະຫາກໍມາແຕ່ອີຕາລີກັບເມຍຂອງລາວຊື່ວ່າ ປີຊະກີລາ, ເພາະຈັກກະພັດກະລາວດີໂອ ໄດ້ອອກຄຳສັ່ງໃຫ້ຊາວຢິວທຸກຄົນໜີອອກຈາກນະຄອນໂຣມ, ໂປໂລຈຶ່ງໄປຫາສອງຜົວເມຍນີ້ ແລະຢູ່ກັບພວກເຂົາ
ລາວກ່າວສັ່ງສອນດ້ວຍໃຈກ້າຫານໃນທຳມະສາລາ ເມື່ອປີຊະກີລາ ແລະ ອາກີລາຟັງລາວສັ່ງສອນແລ້ວ ພວກເຂົາຈຶ່ງຕ້ອນຮັບລາວໄວ້ໃນເຮືອນຂອງຕົນ ແລະອະທິບາຍທາງຂອງພຣະເຈົ້າໃຫ້ລາວຮູ້ຢ່າງຖືກຕ້ອງຕື່ມຂຶ້ນ.
ຄຣິສຕະຈັກຕ່າງໆໃນແຂວງເອເຊຍ ສົ່ງຄວາມຄິດເຖິງຂອງພວກເຂົາມາຍັງພວກເຈົ້າ, ອາກີລາກັບປີຊະກີລາພ້ອມດ້ວຍຄຣິສຕະຈັກ ທີ່ປະຊຸມກັນຢູ່ໃນເຮືອນຂອງພວກເຂົາ ກໍສົ່ງຄວາມຄິດເຖິງອັນອົບອຸ່ນໃນອົງພຣະຜູ້ເປັນເຈົ້າ ມາເຖິງພວກເຈົ້າດ້ວຍ.