9 ແລ້ວກະສັດກໍເອີ້ນຊີບາ ຄົນຮັບໃຊ້ຂອງກະສັດໂຊນມາ ແລະບອກລາວວ່າ, “ເຮົາໄດ້ມອບທຸກສິ່ງທີ່ເປັນຂອງກະສັດໂຊນກັບຄອບຄົວຂອງເພິ່ນ ຄືນໃຫ້ແກ່ເມຟີໂບເຊັດຜູ້ທີ່ເປັນຫລານຊາຍຂອງນາຍເຈົ້າແລ້ວ.
ກະສັດຖາມວ່າ, “ເມຟີໂບເຊັດ ຫລານຊາຍກະສັດໂຊນ ນາຍຂອງເຈົ້າຢູ່ໃສ?” ຊີບາຕອບວ່າ, “ລາວຢູ່ໃນນະຄອນເຢຣູຊາເລັມ ເພາະລາວໝັ້ນໃຈວ່າ ບັດນີ້ຊາວອິດສະຣາເອນຈະມອບອານາຈັກຂອງກະສັດໂຊນ ປູ່ຂອງລາວຄືນໃຫ້ລາວ.”
ກະສັດກ່າວແກ່ຊີບາວ່າ, “ທຸກສິ່ງທີ່ເປັນຂອງເມຟີໂບເຊັດກໍເປັນຂອງເຈົ້າ.” ຊີບາຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຍິນດີຮັບໃຊ້ທ່ານ ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານເລື້ອຍໆເທີ້ນ.”
ກະສັດຕອບລາວວ່າ, “ເຈົ້າບໍ່ຕ້ອງເວົ້າຫຍັງອີກຕໍ່ໄປ. ເຮົາໄດ້ຕັດສິນໃຈໃຫ້ເຈົ້າກັບຊີບາແບ່ງມໍຣະດົກຂອງກະສັດໂຊນປັນກັນ.”
ເມຟີໂບເຊັດຕອບວ່າ, “ໃຫ້ມໍຣະດົກຕົກເປັນຂອງຊີບາໝົດເສຍ ການທີ່ທ່ານກັບຄືນມາຢ່າງປອດໄພກໍພຽງພໍແລ້ວສຳລັບຂ້ານ້ອຍ.”
ແຕ່ຄົນທີ່ມີກຽດກະທຳຢ່າງສັດຊື່ ແລະຕັ້ງໝັ້ນຄົງຢູ່ໃນຄວາມຖືກຕ້ອງ.
ຍັງມີຊາຍຮັ່ງມີແລະຊື່ສຽງດີຄົນໜຶ່ງຈາກເຜົ່າເບັນຢາມິນຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນແລະຫລານຊາຍຂອງເຊໂຣເຣ ຄົນຢູ່ໃນຄອບຄົວຂອງເບໂກຣັດ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນອາຟີຢາ