16 ເພາະມີຄຳຂຽນໄວ້ແລ້ວວ່າ, “ເຈົ້າທັງຫລາຍຈົ່ງເປັນບໍຣິສຸດ ເພາະຝ່າຍເຮົາບໍຣິສຸດ.”
16 ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “ຈົ່ງບໍລິສຸດ, ເພາະເຮົາບໍລິສຸດ”.
ທາງຫລວງສາຍໜຶ່ງຈະຖືກສ້າງຂຶ້ນມາ ທີ່ມີຊື່ວ່າ, “ທາງແຫ່ງຄວາມບໍຣິສຸດ” ອັນແທ້ຈິງ. ຈະບໍ່ມີຄົນບາບເດີນໄປໃນທາງນັ້ນເລີຍ ແມ່ນແຕ່ຄົນໂງ່ກໍຈະບໍ່ຫລົງໃນທາງນັ້ນ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
ເຮົາແມ່ນພຣະເຈົ້າຢາເວພຣະເຈົ້າຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ.
ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ.
ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຊາຍສອງຄົນເລີ່ມອອກເດີນທາງໄປດ້ວຍກັນ ໂດຍບໍ່ຕົກລົງກັນກ່ອນຈະເປັນໄປໄດ້ບໍ?