3 ຈົ່ງໄປ! ເຮົາກຳລັງໃຊ້ພວກເຈົ້າອອກໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.
3 ຈົ່ງໄປສາ ເຮົາໃຊ້ພວກເຈົ້າໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.
ເຮົາກຳລັງໃຊ້ພວກເຈົ້າໄປເໝືອນດັ່ງແກະຢູ່ທ່າມກາງຝູງໝາໄນ. ເຫດສະນັ້ນ ຈົ່ງສະຫລາດເໝືອນງູ ແລະ ອ່ອນສຸພາບເໝືອນນົກເຂົາ.
ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ.
“ຈົ່ງລະວັງພວກຜູ້ທຳນວາຍປອມ. ພວກເຂົາມາຫາພວກເຈົ້າໃນຄາບຂອງແກະ, ແຕ່ພາຍໃນແລ້ວພວກເຂົາໂຫດຮ້າຍຄືໝາປ່າ.
ຢ່າຖືຖົງເງິນ ຫລື ຖົງເຄື່ອງ ຫລື ເກີບໄປນຳ ແລະ ຢ່າແວ່ທັກທາຍຜູ້ໃດຕາມທາງ.
ຄົນຮັບຈ້າງບໍ່ແມ່ນຜູ້ລ້ຽງແກະ ແລະ ບໍ່ໄດ້ເປັນເຈົ້າຂອງແກະ. ດັ່ງນັ້ນ ເມື່ອລາວເຫັນໝາໄນມາລາວກໍປະຖິ້ມແກະ ແລະ ແລ່ນໜີໄປ. ແລ້ວໝາໄນກໍເຂົ້າມາທຳຮ້າຍແກະ ແລະ ເຮັດໃຫ້ແຕກຊະກັນໄປ.
ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ກ່າວແກ່ພວກເຈົ້າໄວ້ວ່າ: ‘ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ’ ຖ້າພວກເຂົາຂົ່ມເຫັງເຮົາ, ພວກເຂົາກໍຈະຂົ່ມເຫັງພວກເຈົ້າເໝືອນກັນ. ຖ້າພວກເຂົາເຊື່ອຟັງຄຳສອນຂອງເຮົາ, ພວກເຂົາກໍຈະເຊື່ອຟັງຄຳສອນຂອງພວກເຈົ້າເໝືອນກັນ.
ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກທຳມະສາລາ, ໃນຄວາມເປັນຈິງແລ້ວ ເວລາກຳລັງຈະມາເຖິງເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່.
ຂ້າພະເຈົ້າຮູ້ວ່າເມື່ອຂ້າພະເຈົ້າຈາກໄປແລ້ວ ຈະມີພວກໝາໄນຮ້າຍກາດຈະເຂົ້າມາໃນພວກທ່ານ ແລະ ຈະບໍ່ລະເວັ້ນຊີວິດຂອງຝູງແກະເລີຍ.
ເຮົາຈະສະແດງໃຫ້ລາວເຫັນວ່າລາວຕ້ອງທົນທຸກຫລາຍເທົ່າໃດເພາະນາມຂອງເຮົາ”.
ແລະ ຂໍໜັງສືແນະນຳໂຕໄປຍັງທຳມະສາລາຕ່າງໆໃນເມືອງດາມັສກັດ, ເພື່ອວ່າຖ້າລາວພົບຜູ້ໃດກໍຕາມທີ່ເຊື່ອຖື “ທາງນັ້ນ” ບໍ່ວ່າຜູ້ຊາຍ ຫລື ແມ່ຍິງ, ລາວກໍຈະຈັບພວກເຂົາເປັນນັກໂທດແລ້ວນຳໄປເຢຣູຊາເລັມ.