ເອເຟໂຊ 6:9 - ພຣະຄຳພີລາວສະບັບສະໄໝໃໝ່9 ແລະ ຜູ້ທີ່ເປັນນາຍ ກໍຈົ່ງປະຕິບັດຕໍ່ຂ້າທາດຂອງຕົນໃນທຳນອງດຽວກັນນີ້. ຢ່າຂົ່ມຂູ່ພວກເຂົາ, ດ້ວຍວ່າພວກເຈົ້າກໍຮູ້ແລ້ວວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ເຈົ້ານາຍຂອງພວກເຈົ້ານັ້ນຢູ່ໃນສະຫວັນ ແລະ ພຣະອົງບໍ່ໄດ້ມີຄວາມລຳອຽງ. Faic an caibideilພຣະຄຳພີສັກສິ9 ຝ່າຍນາຍກໍຈົ່ງປະພຶດຕໍ່ຄົນຮັບໃຊ້ຂອງຕົນໃນທຳນອງດຽວກັນ ແລະຈົ່ງເຊົາຂູ່ເຂັນພວກເຂົາ ຈົ່ງຈົດຈຳໄວ້ວ່າ ພວກເຈົ້າແລະຄົນຮັບໃຊ້ຂອງພວກເຈົ້າ ກໍມີເຈົ້ານາຍຜູ້ດຽວກັນໃນສະຫວັນ ແລະພຣະອົງບໍ່ຊົງເລືອກໜ້າຜູ້ໃດ. Faic an caibideil |
ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ: