9 (ດ້ວຍວ່າຜົນຂອງຄວາມສະຫວ່າງປະກອບດ້ວຍຄວາມດີ, ຄວາມຊອບທຳ ແລະ ຄວາມຈິງທຸກຢ່າງ)
9 ດ້ວຍວ່າ, ຜົນຂອງຄວາມສະຫວ່າງນັ້ນ ຄືຄຸນຄວາມດີ ຄວາມຊອບທຳ ແລະຄວາມຈິງທຸກປະການ.
ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່.
ເມື່ອພຣະເຢຊູເຈົ້າເຫັນນະທານາເອັນເຂົ້າມາຫາກໍກ່າວເຖິງລາວວ່າ, “ຜູ້ນີ້ເປັນຄົນອິດສະຣາເອນແທ້ ໃນໂຕລາວບໍ່ມີກົນອຸບາຍອັນໃດເລີຍ”.
ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາແນ່ໃຈວ່າພວກເຈົ້າເອງບໍລິບູນດ້ວຍຄວາມດີ, ເຕັມໄປດ້ວຍຄວາມຮູ້ ແລະ ສາມາດສັ່ງສອນກັນແລະກັນໄດ້.
ຫລື ພວກເຈົ້າໝິ່ນປະໝາດຄວາມເມດຕາອັນອຸດົມສົມບູນຂອງພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນອັນລົ້ນເຫລືອຂອງພຣະອົງ, ພວກເຈົ້າບໍ່ຮູ້ບໍວ່າຄວາມເມດຕາຂອງພຣະເຈົ້ານັ້ນແມ່ນມີໄວ້ເພື່ອນຳພວກເຈົ້າໃຫ້ກັບໃຈໃໝ່?
ແຕ່ການກ່າວຄວາມຈິງດ້ວຍຄວາມຮັກ, ພວກເຮົາຈະເຕີບໃຫຍ່ຂຶ້ນໃນທຸກດ້ານຈົນເຖິງຄວາມເປັນຜູ້ໃຫຍ່ໃນພຣະກາຍຂອງພຣະອົງຜູ້ເປັນຫົວ, ຄືພຣະຄຣິດເຈົ້າ.
ເຫດສະນັ້ນ ພວກເຈົ້າແຕ່ລະຄົນຕ້ອງປະຖິ້ມຄວາມບໍ່ຈິງ ແລະ ຈົ່ງເວົ້າຄວາມຈິງຕໍ່ເພື່ອນບ້ານຂອງພວກເຈົ້າ, ເພາະພວກເຮົາທຸກຄົນເປັນອະໄວຍະວະໃນກາຍດຽວກັນ.
ດັ່ງນັ້ນ ພວກເຈົ້າທັງຫລາຍຈົ່ງຢືດໝັ້ນໂດຍເອົາສາຍແອວແຫ່ງຄວາມຈິງຮັດແອວຂອງພວກເຈົ້າໄວ້, ສວມເສື້ອເກາະປ້ອງກັນເອິກແຫ່ງຄວາມຊອບທຳ
ເຊິ່ງເຕັມລົ້ນດ້ວຍຜົນຂອງຄວາມຊອບທຳທີ່ມາຜ່ານທາງພຣະເຢຊູຄຣິດເຈົ້າ ເພື່ອສະຫງ່າລາສີ ແລະ ການສັນລະເສີນພຣະເຈົ້າ.
ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນ ເຊິ່ງເປັນສິ່ງທີ່ເໝາະສົມໃນອົງພຣະຜູ້ເປັນເຈົ້າ.
ສ່ວນເຈົ້າຜູ້ເປັນຄົນຂອງພຣະເຈົ້າ, ຈົ່ງຫລີກໜີຈາກສິ່ງເຫລົ່ານີ້ທັງໝົດ ແລະ ໄຝ່ຫາຄວາມຊອບທຳ, ທາງຂອງພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມສຸພາບອ່ອນຫວານ.
ແຕ່ສ່ວນພຣະບຸດນັ້ນພຣະອົງກ່າວວ່າ, “ຂ້າແດ່ພຣະເຈົ້າ, ບັນລັງຂອງພຣະອົງຈະຕັ້ງໝັ້ນຄົງຕະຫລອດໄປເປັນນິດ, ພຣະອົງຈະປົກຄອງອານາຈັກຂອງພຣະອົງດ້ວຍກະບອງແຫ່ງຄວາມຊອບທຳ.
ຜູ້ທີ່ໂດຍຜ່ານທາງຄວາມເຊື່ອໄດ້ເອົາຊະນະອານາຈັກຕ່າງໆ, ໄດ້ປົກຄອງດ້ວຍຄວາມຍຸຕິທຳ ແລະ ໄດ້ຮັບສິ່ງທີ່ສັນຍາໄວ້, ຜູ້ໄດ້ງັບປາກສິງ,
ຖ້າພວກເຈົ້າຮູ້ຈັກວ່າພຣະອົງຊອບທຳ, ພວກເຈົ້າກໍຮູ້ຈັກວ່າທຸກຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍໄດ້ເກີດຈາກພຣະອົງ.
ເພື່ອນທີ່ຮັກເອີຍ, ຢ່າເອົາແບບຢ່າງສິ່ງທີ່ຊົ່ວແຕ່ຈົ່ງເອົາແບບຢ່າງສິ່ງທີ່ດີ. ຜູ້ໃດທີ່ເຮັດດີກໍມາຈາກພຣະເຈົ້າ. ຜູ້ທີ່ເຮັດຊົ່ວກໍບໍ່ເຄີຍເຫັນພຣະເຈົ້າ.