19 ເຮົາຂໍຝາກຄວາມຄິດເຖິງມາຍັງປີຊະກີລາກັບອາກີລາ ແລະ ຄົວເຮືອນຂອງໂອເນຊິໂຟໂຣ.
19 ເຮົາຂໍຝາກຄວາມຄິດເຖິງ ມາຍັງປີຊະກີລາກັບອາກີລາ ແລະຄອບຄົວໂອເນຊີໂຟໂຣ.
ແລະ ຖ້າພວກເຈົ້າຕ້ອນຮັບສະເພາະແຕ່ພວກພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າເຮັດຫຍັງດີຫລາຍກວ່າຄົນອື່ນແດ່? ແມ່ນແຕ່ຄົນທີ່ບໍ່ເຊື່ອພຣະເຈົ້າກໍເຮັດຢ່າງນັ້ນບໍ່ແມ່ນບໍ?
ຫລັງຈາກທີ່ໂປໂລພັກຢູ່ໃນເມືອງໂກຣິນໂທຊົ່ວໄລຍະໜຶ່ງ. ແລ້ວເພິ່ນກໍຈາກພວກພີ່ນ້ອງລົງເຮືອໄປແຂວງຊີເຣຍ ໂດຍມີປີຊະກີລາກັບອາກີລາໄປນຳດ້ວຍ. ກ່ອນທີ່ເພິ່ນຈະລົງເຮືອໄປ, ເພິ່ນໄດ້ແຖຫົວທີ່ເມືອງເກັນເຂໄອເພາະໄດ້ສາບານຕົນໄວ້.
ທີ່ນັ້ນ ເພິ່ນໄດ້ພົບຊາວຢິວຄົນໜຶ່ງຊື່ວ່າອາກີລາ, ເປັນຄົນທີ່ຢູ່ແຂວງປົນໂຕ, ເຊິ່ງຫາກໍມາຈາກອີຕາລີ ພ້ອມກັບເມຍຂອງລາວຊື່ວ່າປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ອອກຄຳສັ່ງໃຫ້ຊາວຢິວທັງໝົດອອກໄປຈາກໂຣມ. ໂປໂລຈຶ່ງໄປຫາສອງຄົນນີ້,
ລາວເລີ່ມຕົ້ນກ່າວໃນທຳມະສາລາດ້ວຍໃຈກ້າຫານ. ເມື່ອປີຊະກີລາກັບອາກີລາໄດ້ຟັງແລ້ວ, ພວກເຂົາກໍໄດ້ເຊີນລາວມາເຮືອນເພື່ອອະທິບາຍເລື່ອງທາງຂອງພຣະເຈົ້າໃຫ້ລາວເຂົ້າໃຈຫລາຍຂຶ້ນ.
ຄຣິສຕະຈັກຕ່າງໆໃນແຂວງເອເຊຍກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກທີ່ພົບກັນໃນເຮືອນຂອງພວກເຂົາກໍຝາກຄວາມຄິດເຖິງຢ່າງອົບອຸ່ນໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າດ້ວຍ.