1 ແຕ່ຈົ່ງຮູ້ໄວ້ວ່າ: ຈະມີຊ່ວງເວລາທີ່ໂຫດຮ້າຍໃນຍຸກສຸດທ້າຍ.
1 ແຕ່ຈົ່ງຮູ້ຈັກຂໍ້ຄວາມນີ້ວ່າ, ໃນຍຸກສຸດທ້າຍນັ້ນ ຈະເກີດຄວາມລຳບາກຢ່າງຮ້າຍແຮງ.
ເພາະວ່າເວລານັ້ນຈະມາເຖິງ ເມື່ອຄົນທັງຫລາຍຈະທົນກັບຄຳສອນອັນມີຫລັກບໍ່ໄດ້. ກົງກັນຂ້າມ, ເພື່ອສະໜອງຄວາມປາຖະໜາຂອງພວກເຂົາ ພວກເຂົາຈະຮວບຮວມຄູຈຳນວນຫລາຍໄວ້ອ້ອມຂ້າງພວກເຂົາເພື່ອເວົ້າໃນສິ່ງທີ່ຫູຂອງພວກເຂົາຢາກໄດ້ຍິນ.
ເໜືອສິ່ງໃດທັງໝົດ, ພວກເຈົ້າຕ້ອງເຂົ້າໃຈວ່າໃນຍຸກສຸດທ້າຍຜູ້ມັກເຢາະເຢີ້ຍຈະມາເຢາະເຢີ້ຍ ແລະ ເຮັດຕາມຄວາມປາຖະໜາຊົ່ວຂອງພວກເຂົາ.
ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ບັດນີ້ເປັນວາລະສຸດທ້າຍແລ້ວ; ແລະ ຕາມທີ່ພວກເຈົ້າໄດ້ຍິນມາວ່າຜູ້ຕໍ່ຕ້ານພຣະຄຣິດເຈົ້າກຳລັງມານັ້ນ, ແມ່ນແຕ່ບັດນີ້ຜູ້ຕໍ່ຕ້ານພຣະຄຣິດເຈົ້າກໍໄດ້ມາຫລາຍແລ້ວ. ດ້ວຍເຫດນີ້ ພວກເຮົາຈຶ່ງຮູ້ວ່ານີ້ເປັນວາລະສຸດທ້າຍ.
ແຕ່ເພື່ອນທີ່ຮັກທັງຫລາຍ ຈົ່ງລະນຶກເຖິງສິ່ງທີ່ບັນດາອັກຄະສາວົກຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ບອກໄວ້ກ່ອນລ່ວງໜ້າແລ້ວ.
ພວກເພິ່ນໄດ້ກ່າວກັບພວກທ່ານວ່າ, “ໃນຍຸກສຸດທ້າຍຈະມີຄົນມັກເຢາະເຢີ້ຍ ເຊິ່ງເຮັດຕາມຕັນຫາຊົ່ວຂອງຕົນເອງ”.