3 ຈົ່ງຮ່ວມໃນຄວາມຍາກລຳບາກກັບເຮົາ ເໝືອນດັ່ງທະຫານທີ່ດີຂອງພຣະຄຣິດເຈົ້າເຢຊູ.
3 ຈົ່ງຮ່ວມໃນຄວາມທົນທຸກ ເໝືອນດັ່ງເປັນທະຫານທີ່ດີຂອງພຣະຄຣິດເຈົ້າເຢຊູ.
ພວກທະຫານຈຶ່ງໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ນຳເອົາໂປໂລໄປໃນຄືນນັ້ນເອງ ແລະ ລາວໄປໄກຈົນເຖິງເມືອງອັນຕີປາຕີ.
ຄວາມຮັກປົກປ້ອງຄຸ້ມຄອງສະເໝີ, ວາງໃຈສະເໝີ, ມີຄວາມຫວັງສະເໝີ ແລະ ອົດທົນສະເໝີ.
ມີຜູ້ໃດແດ່ທີ່ເຮັດໜ້າທີ່ເປັນທະຫານດ້ວຍຄ່າໃຊ້ຈ່າຍຂອງຕົນເອງ? ມີຜູ້ໃດແດ່ທີ່ປູກສວນອະງຸ່ນແລ້ວບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຜູ້ໃດແດ່ທີ່ລ້ຽງສັດ ແລ້ວບໍ່ໄດ້ກິນນ້ຳນົມຈາກຝູງສັດນັ້ນ?
ຖ້າພວກເຮົາທົນທຸກ, ການທົນທຸກນັ້ນກໍເພື່ອການເລົ້າໂລມໃຈ ແລະ ເພື່ອຄວາມພົ້ນຂອງພວກເຈົ້າ, ຖ້າພວກເຮົາໄດ້ຮັບການເລົ້າໂລມໃຈ ກໍເພື່ອໃຫ້ພວກເຈົ້າໄດ້ຮັບການເລົ້າໂລມໃຈ ເຊິ່ງສົ່ງຜົນໃຫ້ພວກເຈົ້າມີຄວາມພຽນອົດທົນໃນຄວາມທຸກລຳບາກຢ່າງດຽວກັບທີ່ພວກເຮົາທົນທຸກຢູ່.
ຕີໂມທຽວລູກຊາຍຂອງເຮົາ, ທີ່ເຮົາກຳລັງສັ່ງເຈົ້າຢ່າງນີ້ ກໍສອດຄ່ອງກັບຄຳເຜີຍພຣະຄຳທີ່ເຄີຍກ່າວໄວ້ກ່ຽວກັບເຈົ້າ, ເພື່ອວ່າເມື່ອເຈົ້າລະນຶກເຖິງຄຳເຫລົ່ານັ້ນ ເຈົ້າກໍຈະສູ້ຮົບໄດ້ດີ,
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູໂດຍຄວາມປະສົງຂອງພຣະເຈົ້າຕາມສັນຍາແຫ່ງຊີວິດທີ່ຢູ່ໃນພຣະຄຣິດເຈົ້າເຢຊູ,
ດັ່ງນັ້ນ ຢ່າລະອາຍທີ່ຈະເປັນພະຍານເລື່ອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຫລື ລະອາຍໃນເລື່ອງເຮົາຜູ້ຖືກຈຳຈອງເພື່ອພຣະອົງ. ແຕ່ຈົ່ງຮ່ວມທົນທຸກກັບເຮົາເພື່ອຂ່າວປະເສີດໂດຍລິດອຳນາດຂອງພຣະເຈົ້າ.
ເຫດສະນັ້ນ ເຮົາຈຶ່ງຍອມອົດທົນທຸກຢ່າງເພື່ອເຫັນແກ່ຜູ້ທີ່ເລືອກໄວ້, ເພື່ອວ່າພວກເຂົາຈະໄດ້ຮັບຄວາມພົ້ນ ເຊິ່ງມີຢູ່ໃນພຣະຄຣິດເຈົ້າເຢຊູພ້ອມດ້ວຍສະຫງ່າລາສີນິລັນດອນ.
ເພື່ອຂ່າວປະເສີດນີ້ເຮົາຈຶ່ງທົນທຸກຢູ່ຈົນເຖິງຖືກລ່າມໂສ້ເໝືອນໂຈນຜູ້ຮ້າຍ. ແຕ່ພຣະຄຳຂອງພຣະເຈົ້າບໍ່ໄດ້ຖືກລ່າມໂສ້.
ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງຕ່າງໆທີ່ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ, ເມືອງອີໂກນີອົມ ແລະ ເມືອງລີສະຕຣາ, ການຂົ່ມເຫັງທີ່ເຮົາໄດ້ອົດທົນ. ເຖິງປານນັ້ນອົງພຣະຜູ້ເປັນເຈົ້າກໍຊ່ວຍເຮົາໃຫ້ຫລຸດພົ້ນຈາກສິ່ງທັງປວງເຫລົ່ານີ້
ແຕ່ເຈົ້າຈົ່ງມີສະຕິໃນທຸກສະຖານະການ, ຈົ່ງອົດທົນຕໍ່ຄວາມຍາກລຳບາກ, ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ, ຈົ່ງເຮັດຫນ້າທີ່ທັງໝົດໃນພັນທະກິດຂອງເຈົ້າໃຫ້ສຳເລັດ.
ເຖິງອັບເຟຍນ້ອງສາວຂອງພວກເຮົາ ແລະ ເຖິງອາຂີໂປຜູ້ເປັນເພື່ອນທະຫານຂອງພວກເຮົາ ແລະ ເຖິງຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ:
ຈົ່ງລະນຶກເຖິງວັນກ່ອນໜ້ານັ້ນຫລັງຈາກທີ່ພວກເຈົ້າໄດ້ຮັບຄວາມສະຫວ່າງ, ເມື່ອພວກເຈົ້າອົດທົນໃນຍາມທີ່ຖືກຕໍ່ຕ້ານຢ່າງໜັກທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ.
ໂດຍຄວາມເຊື່ອ ເພິ່ນຈຶ່ງໄດ້ອອກຈາກເອຢິບໄປໂດຍບໍ່ໄດ້ຢ້ານກົວຕໍ່ຄວາມໂກດຮ້າຍຂອງກະສັດ, ເພິ່ນອົດທົນບາກບັ່ນເພາະເພິ່ນໄດ້ເຫັນພຣະເຈົ້າຜູ້ທີ່ເບິ່ງບໍ່ເຫັນ.
ແລະ ຫລັງຈາກທີ່ຄອຍຖ້າດ້ວຍຄວາມອົດທົນແລ້ວ, ອັບຣາຮາມກໍໄດ້ຮັບຕາມທີ່ໄດ້ສັນຍາໄວ້.
ຄວາມສຸກມີແກ່ຜູ້ທີ່ອົດທົນຕໍ່ການທົດລອງ ເພາະເມື່ອຜ່ານການທົດສອບແລ້ວຜູ້ນັ້ນກໍຈະໄດ້ຮັບມົງກຸດແຫ່ງຊີວິດທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງ.