15 ແທ້ຈິງແລ້ວກໍມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ.
15 ດ້ວຍວ່າ, ມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ.
ພຣະເຢຊູເຈົ້າກ່າວວ່າ, “ມານຊາຕານ, ຈົ່ງໜີໄປຈາກເຮົາ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວເທົ່ານັ້ນ’”.
ໃນທ່າມກາງຄົນເຫລົ່ານີ້ມີຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້ທີ່ເຮົາໄດ້ມອບໃຫ້ຊາຕານເພື່ອພວກເຂົາຈະໄດ້ຮຽນຮູ້ທີ່ຈະບໍ່ໝິ່ນປະໝາດພຣະເຈົ້າ.
ເຈົ້າກໍຮູ້ວ່າ ທຸກຄົນໃນແຂວງເອເຊຍກໍໄດ້ປະຖິ້ມເຮົາ ລວມທັງຟູເຄໂລ ແລະ ເຮຣະໂມເກນ.
ເຊິ່ງເປັນຜູ້ທີ່ໄດ້ຫລົງໄປຈາກຄວາມຈິງແລ້ວ. ພວກເຂົາເວົ້າວ່າການເປັນຄືນມາຈາກຕາຍໄດ້ຜ່ານພົ້ນໄປແລ້ວ ແລະ ໄດ້ທຳລາຍຄວາມເຊື່ອຂອງບາງຄົນລົງ.
ເພາະເດມາໄດ້ຮັກໂລກນີ້, ໄດ້ປະຖິ້ມເຮົາໄປຍັງເມືອງເທສະໂລນິກແລ້ວ. ເຄເຊັນໄດ້ໄປຍັງແຂວງຄາລາເຕຍ ແລະ ຕີໂຕໄດ້ໄປຍັງເມືອງດັນມາເຕຍ.
ຈະມີຫລາຍຄົນປະຕິບັດຕາມການປະພຶດຊົ່ວຮ້າຍຂອງພວກເຂົາ ແລະ ຈະນຳທາງແຫ່ງຄວາມຈິງໄປສູ່ຄວາມເສື່ອມເສຍ.
ຈົດໝາຍທຸກສະບັບຂອງເພິ່ນໄດ້ກ່າວເຖິງເລື່ອງເຫລົ່ານີ້ໄວ້ໃນທຳນອງດຽວກັນ. ໃນຈົດໝາຍຂອງເພິ່ນມີບາງຢ່າງທີ່ເຂົ້າໃຈຍາກ ເຊິ່ງພວກຄົນໂງ່ ແລະ ພວກຄົນບໍ່ໜັກແໜ້ນໄດ້ບິດເບືອນໄປ, ເໝືອນດັ່ງທີ່ພວກເຂົາໄດ້ບິດເບືອນພຣະຄຳພີຂໍ້ອື່ນໆທີ່ນຳການທຳລາຍມາສູ່ພວກເຂົາເອງ.
ພວກເຂົາໄດ້ອອກໄປຈາກພວກເຮົາ, ແຕ່ພວກເຂົາກໍບໍ່ແມ່ນຝ່າຍພວກເຮົາແທ້. ເພາະຖ້າພວກເຂົາເປັນຝ່າຍພວກເຮົາ, ພວກເຂົາກໍຄົງຢູ່ກັບພວກເຮົາຕໍ່ໄປ; ແຕ່ການໄປຂອງພວກເຂົາສະແດງໃຫ້ເຫັນວ່າ ໃນພວກເຂົາບໍ່ມີຈັກຄົນທີ່ເປັນຝ່າຍພວກເຮົາ.
ພະຍານາກໃຫຍ່ທີ່ຖືກໂຍນລົງມານັ້ນແມ່ນງູດຶກດຳບັນທີ່ເອີ້ນວ່າມານຮ້າຍ ຫລື ມານຊາຕານ, ຜູ້ທີ່ນຳພາຄົນທັງໂລກໃຫ້ຫລົງຜິດ. ມັນຖືກໂຍນລົງມາເທິງໂລກພ້ອມກັບບັນດາເທວະດາຂອງມັນ.