Biblia Todo Logo
Bìoball air-loidhne

- Sanasan -




1 ເທສະໂລນິກ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.

Faic an caibideil Dèan lethbhreac

ພຣະຄຳພີສັກສິ

6 ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.

Faic an caibideil Dèan lethbhreac




1 ເທສະໂລນິກ 1:6
33 Iomraidhean Croise  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ​ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ, ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ແລະ ບັນດາ​ສາວົກ​ກໍ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.


ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.


ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ເຮົາ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ແລະ ພວກເຂົາ​ໄດ້​ເຮັດ​ເກີນກວ່າ​ທີ່​ພວກເຮົາ​ຄາດຫວັງ​ໄວ້​ຄື: ກ່ອນ​ສິ່ງອື່ນ​ໝົດ​ພວກເຂົາ​ໄດ້​ມອບ​ຕົນເອງ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກ​ນັ້ນ ກໍ​ມອບ​ຕົນເອງ​ໃຫ້​ພວກເຮົາ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເຫດສະນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະເຈົ້າ ໃຫ້​ສົມ​ກັບ​ເປັນ​ບຸດ​ທີ່ຮັກ


ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຮ່ວມກັນ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ ແລະ ຕາມ​ທີ່​ພວກເຈົ້າ​ມີ​ພວກເຮົາ​ປັນ​ແບບຢ່າງ, ຈົ່ງ​ເບິ່ງ​ຄົນ​ເຫລົ່ານັ້ນ​ທີ່​ດຳເນີນຊີວິດ​ຕາມ​ທີ່​ພວກເຮົາ​ເຮັດ.


ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.


ເພາະ​ພວກເຈົ້າ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ພວກເຈົ້າ​ຄວນ​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ. ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ​ພວກເຮົາ​ບໍ່​ໄດ້​ຂີ້ຄ້ານ​ເລີຍ,


ພວກເຮົາ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ພວກເຮົາ​ບໍ່​ມີ​ສິດ​ຮັບ​ຄວາມຊ່ວຍເຫລືອ​ເຫລົ່ານັ້ນ ແຕ່​ເພື່ອ​ມອບ​ຕົນ​ເອງ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ​ໄດ້​ປະຕິບັດ​ຕາມ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,


ຖ້າ​ພວກເຈົ້າ​ກະຕືລືລົ້ນ​ໃນ​ການ​ເຮັດ​ດີ ຜູ້ໃດ​ຈະ​ມາ​ເຮັດ​ຮ້າຍ​ພວກເຈົ້າ​ໄດ້?


ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.


Lean sinn:

Sanasan


Sanasan