Biblia Todo Logo
Bìoball air-loidhne

- Sanasan -

ເຊຟານີຢາ 3 - ພຣະຄຳພີສັກສິ


ນະຄອນ​ເຢຣູຊາເລັມ​ຮັບ​ເຄາະກຳ​ແລະ​ຖືກ​ໄຖ່​ຄືນ

1 ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຄື​ເປັນ​ເມືອງ​ທີ່​ເສື່ອມເສຍ ແລະ​ເປັນ​ກະບົດ ທີ່​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງ​ຕົນເອງ.

2 ເມືອງ​ນີ້​ບໍ່​ຍອມ​ຮັບ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ຫລື​ບໍ່​ຍອມ​ຮັບ​ເອົາ​ການ​ແອບສອນ​ຂອງ​ພຣະອົງ. ເປັນ​ເມືອງ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຫລື​ບໍ່​ຍອມ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.

3 ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.

4 ບັນດາ​ຜູ້ທຳນວາຍ​ຂາດ​ຄວາມ​ຮັບຜິດຊອບ​ແລະ​ສໍ້ໂກງ; ບັນດາ​ປະໂຣຫິດ​ຕ່າງ​ກໍ​ເຮັດ​ໃຫ້​ສິ່ງ​ສັກສິດ​ເປັນ​ມົນທິນ ແລະ​ບິດເບືອນ​ກົດບັນຍັດ​ຂອງ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ​ເອງ.

5 ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.

6 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ລຶບລ້າງ​ຊົນຊາດ​ທັງໝົດ​ໃຫ້​ສິ້ນສູນ​ແລ້ວ; ເຮົາ​ໄດ້​ທຳລາຍ​ເມືອງ​ທັງຫລາຍ​ຂອງ​ພວກເຂົາ ແລະ​ໄດ້​ປະປ່ອຍ​ໃຫ້​ກຳແພງ​ເມືອງ​ກັບ​ຫໍຄອຍ​ຕ່າງໆ ຮົກຮ້າງ​ເພພັງ. ເມືອງ​ຕ່າງໆ​ໄດ້​ກາຍເປັນ​ເມືອງ​ຮ້າງ; ຕາມ​ທ້ອງ​ຖະໜົນ​ຫົນທາງ​ຕ່າງໆ​ກໍ​ຫວ່າງເປົ່າ ບໍ່ມີ​ແມ່ນແຕ່​ຄົນດຽວ​ເລີຍ​ເຫຼືອ​ຢູ່.

7 ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”

8 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.

9 ແລ້ວ​ເຮົາ​ກໍ​ຈະ​ປ່ຽນ​ສົບປາກ​ຂອງ​ບັນດາ​ຊົນຊາດ​ຕ່າງໆ​ໃຫ້​ເປັນ​ບໍຣິສຸດ ແລະ​ພວກເຂົາ​ທຸກຄົນ​ຈະ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ອັນ​ດຽວກັນ.

10 ແມ່ນແຕ່​ຈາກ​ທີ່​ຫ່າງ​ໄກ​ສຸດ​ຂອງ​ເອທິໂອເປຍ ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ພວກເຂົາ​ກໍ​ຈະ​ນຳ​ເຄື່ອງ​ມາ​ຖວາຍ​ແກ່​ເຮົາ.

11 ໃນ​ວັນ​ນັ້ນ ພວກເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງເຮົາ ຈະ​ບໍ່ໄດ້​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ເຮົາ​ຈະ​ກຳຈັດ​ທຸກຄົນ ທີ່​ອວດດີ​ແລະ​ຈອງຫອງ​ໃຫ້​ໝົດສິ້ນ​ໄປ ແລະ​ພວກເຈົ້າ​ຈະ​ບໍ່​ກະບົດ​ຕໍ່ສູ້​ເຮົາ​ອີກ​ຕໍ່ໄປ ທີ່​ເທິງ​ເນີນພູ​ສັກສິດ​ຂອງເຮົາ.

12 ເຮົາ​ຈະ​ປ່ອຍ​ປະຊາຊົນ​ໃຫ້​ຢູ່​ໃນ​ທີ່ນັ້ນ ຄື​ຜູ້​ຕໍ່າຕ້ອຍ​ແລະ​ຖ່ອມໃຈ​ລົງ ພວກເຂົາ​ຈະ​ສະແຫວງຫາ​ທີ່ລີ້ໄພ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ.

13 ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ບົດເພງ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ

14 ໂອ ລູກ​ສາວ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ຮ້ອງລຳ​ທຳເພງ​ເຖີດ ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຮ້ອງ​ດັງໆ ໂອ ລູກ​ສາວ​ເຢຣູຊາເລັມ​ເອີຍ ຈົ່ງ​ຍິນດີ​ດ້ວຍ​ສຸດ​ຫົວໃຈ​ຂອງເຈົ້າ​ເຖີດ.

15 ພຣະເຈົ້າຢາເວ​ໄດ້​ເຊົາ​ລົງໂທດ​ພວກເຈົ້າ​ແລ້ວໃດ ພຣະອົງ​ກຳຈັດ​ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ແລ້ວ. ກະສັດ​ແຫ່ງ​ອິດສະຣາເອນ​ຄື​ພຣະເຈົ້າຢາເວ​ສະຖິດຢູ່​ທ່າມກາງ​ພວກເຈົ້າ ບັດນີ້ ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຢ້ານກົວ​ອີກ.

16 ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເວົ້າ​ຕໍ່​ນະຄອນ​ເຢຣູຊາເລັມ​ວ່າ, “ນະຄອນ​ຊີໂອນ ຢ່າ​ຢ້ານ, ຢ່າ​ເສຍ​ກຳລັງໃຈ​ເທາະ

17 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ

18 ຄື​ກັບ​ປະຊາຊົນ​ທີ່​ເບີກບານ​ໃຈ​ໃນ​ງານກິນລ້ຽງ.” “ເຮົາ​ຈະ​ເຮັດ​ໃຫ້​ເຄາະກຳ​ຂອງ​ພວກເຈົ້າ ໝົດສິ້ນ​ສູນໄປ ແລະ​ເຮັດ​ໃຫ້​ຄວາມ​ອັບອາຍ​ຂາຍໜ້າ ຂອງ​ພວກເຈົ້າ​ສູນຫາຍ​ໄປສິ້ນ.

19 ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ລົງໂທດ​ພວກເຂົາ ຄື​ຜູ້​ທີ່​ກົດຂີ່​ພວກເຈົ້າ; ເຮົາ​ຈະ​ຊ່ວຍ​ກອບກູ້​ເອົາ​ຜູ້ຄົນ​ພິການ​ທັງຫລາຍ ແລະ​ນຳ​ເອົາ​ພວກ​ຊະເລີຍ​ໃຫ້​ກັບຄືນ​ມາ​ບ້ານ. ເຮົາ​ຈະ​ປ່ຽນ​ຄວາມ​ອັບອາຍ​ມາ​ເປັນ​ກຽດ​ແກ່​ພວກເຂົາ ແລະ​ທັງ​ໂລກ​ຈະ​ຍ້ອງຍໍ​ສັນລະເສີນ​ພວກເຂົາ.

20 ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan