ເຊຟານີຢາ 2 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າເອີ້ນໃຫ້ກັບໃຈໃໝ່ 1 ຊົນຊາດທີ່ບໍ່ມີຢ່າງອາຍເອີຍ ຈົ່ງຮູ້ສຶກຕື່ນຕົວສາເຖີດ ກ່ອນພວກເຈົ້າຈະຖືກພັດໃຫ້ປິວໄປ ເໝືອນດັ່ງແກບຖືກລົມພັດ 2 ກ່ອນຄວາມໂກດຮ້າຍເປັນໄຟເຜົາຜານຂອງພຣະເຈົ້າຢາເວ ຈະມາເຖິງພວກເຈົ້າ ຄືກ່ອນວັນທີ່ພຣະອົງຈະລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວ. 3 ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ. ຊົນຊາດທີ່ຢູ່ອ້ອມອິດສະຣາເອນໄດ້ຮັບໄພພິບັດ 4 ຈະບໍ່ມີຜູ້ໃດເຫຼືອຢູ່ໃນເມືອງກາຊາ. ອາຊະເກໂລນຈະກາຍເປັນເມືອງຮົກຮ້າງ. ປະຊາຊົນຂອງເມືອງອາຊະໂດດຈະຖືກຂັບໄລ່ໃຫ້ອອກໄປໃນເຄິ່ງມື້ ແລະຊາວເອັກໂຣນຈະຖືກຂັບໄລ່ໃຫ້ອອກໄປຈາກເມືອງຂອງພວກເຂົາ. 5 ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊາວເກເຣັດເອີຍ ຄືປະຊາຊົນທີ່ຢູ່ຕາມແຄມຝັ່ງທະເລ. ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດພວກເຈົ້າ ໂອ ການາອານດິນແດນແຫ່ງຊາວຟີລິດສະຕິນເອີຍ ພຣະອົງຈະທຳລາຍພວກເຈົ້າ ແລະຈະບໍ່ມີຜູ້ໃດໃນພວກເຈົ້າລອດຊີວິດ. 6 ດິນແດນຂອງພວກເຈົ້າຕາມຊາຍທະເລຈະກາຍເປັນທົ່ງເປີດແປນ ທີ່ມີທັງຕູບຂອງພວກລ້ຽງແກະແລະຄອກແກະໃນທີ່ນັ້ນ. 7 ຊາວຢູດາຜູ້ທີ່ລອດຊີວິດຈະຄຸ້ມຄອງດິນແດນຂອງພວກເຈົ້າ. ພວກເຂົາຈະລ້ຽງຝູງແກະຢູ່ທີ່ນັ້ນ ແລະນອນຢູ່ຕາມເຮືອນ ໃນເມືອງອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຈະສະຖິດຢູ່ນຳພວກເຂົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ. 8 “ເຮົາໄດ້ຍິນປະຊາຊົນຊາວໂມອາບແລະອຳໂມນ ດູໝິ່ນປະໝາດ ແລະເຍາະເຍີ້ຍປະຊາຊົນຂອງເຮົາ ແລະຄຸຍໂມ້ວ່າ ພວກຕົນໄດ້ຢຶດເອົາດິນແດນຂອງພວກເຂົາແລ້ວ. 9 ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.” 10 ດ້ວຍວິທີນີ້ແຫຼະ ປະຊາຊົນໂມອາບແລະອຳໂມນຈະໄດ້ຮັບໂທດ ຍ້ອນຄວາມອວດດີແລະຄວາມຈອງຫອງຂອງພວກເຂົາ ແລະຍ້ອນການດູໝິ່ນປະໝາດປະຊາຊົນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. 11 ພຣະເຈົ້າຢາເວຈະເຮັດໃຫ້ພວກເຂົາສະທ້ານຢ້ານກົວ. ພຣະອົງຈະທຳລາຍບັນດາພະໃນແຜ່ນດິນໂລກ ລົງສູ່ການບໍ່ມີປະໂຫຍດ ແລະຕໍ່ໄປ ທຸກໆຊົນຊາດກໍຈະນະມັດສະການພຣະອົງໃນດິນແດນຂອງຕົນເອງ. 12 ພຣະອົງຍັງຈະສັງຫານປະຊາຊົນຊາວເອທິໂອເປຍ ຄືກັນ. 13 ພຣະອົງຈະໃຊ້ອຳນາດຂອງພຣະອົງເພື່ອທຳລາຍເມືອງທາງທິດເໜືອຄືອັດຊີເຣຍ. ພຣະອົງຈະເຮັດໃຫ້ນີເນເວເປັນເມືອງຮົກຮ້າງເພພັງ ຄືເປັນຖິ່ນແຫ້ງແລ້ງກັນດານທີ່ແຫ້ງແລ້ງ. 14 ມັນຈະກາຍເປັນບ່ອນຢູ່ຂອງຝູງແກະ, ຝູງສັດລ້ຽງ ແລະສັດນາໆຊະນິດ. ນົກເຄົ້າຈະຢູ່ໃນທີ່ນັ້ນທ່າມກາງສິ່ງຮົກຮ້າງເພພັງ ແລະສົ່ງສຽງຮ້ອງຈາກປ່ອງຢ້ຽມ. ນົກກາທັງຫລາຍຈະຮ້ອງຢູ່ຕາມຂັ້ນໄດທາງປະຕູເຂົ້າເຮືອນ. ຂື່ຂາງໄມ້ແປກທີ່ໃຊ້ໃນການກໍ່ສ້າງເຮືອນຈະເພພັງລົງ. 15 ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ. |
@ 2012 United Bible Societies. All Rights Reserved.