ເຊກາຣີຢາ 9 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າຕັດສິນຊົນຊາດໃກ້ຄຽງ 1 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ: ພຣະອົງໄດ້ວາງກົດລົງໂທດດິນແດນຮັດຣັກແລະນະຄອນດາມັສກັດ. ບໍ່ແມ່ນແຕ່ເຜົ່າທັງຫລາຍໃນຊາດອິດສະຣາເອນ ທີ່ເປັນຂອງພຣະເຈົ້າຢາເວເທົ່ານັ້ນ; ແຕ່ເມືອງເອກຂອງຊີເຣຍກໍເປັນຂອງພຣະອົງດ້ວຍ. 2 ເມືອງຮາມັດທີ່ຢູ່ຊາຍແດນຂອງຮັດຣັກກໍເປັນຂອງພຣະອົງດ້ວຍ ເໝືອນກັນກັບເມືອງຕີເຣແລະຊີໂດນ ຕະຫລອດທັງພວກຊ່າງສີມືທຸກຄົນທີ່ຢູ່ໃນເມືອງເຫຼົ່ານັ້ນ. 3 ຕີເຣໄດ້ສ້າງປ້ອມປ້ອງກັນຕົນເອງ ແລະສະສົມເງິນຄຳໄວ້ຢ່າງຫລວງຫລາຍ ຈົນເປັນຂອງທຳມະດາດັ່ງຂີ້ຝຸ່ນດິນ 4 ແຕ່ດຽວນີ້ ອົງພຣະຜູ້ເປັນເຈົ້າຈະເອົາສິ່ງທັງໝົດທີ່ເມືອງນີ້ມີຢູ່ນັ້ນໜີໄປ. ພຣະອົງຈະໂຍນຊັບສົມບັດຂອງເມືອງນີ້ລົງໄປໃນທະເລ ແລະເມືອງຈະຖືກເຜົາຜານຈົນກ້ຽງ. 5 ເມືອງອາຊະເກໂລນຈະເຫັນເຫດການນີ້ ແລະຈະເກີດຢ້ານກົວ. ເມືອງກາຊາຈະເຫັນເຫດການນີ້ ແລະຈະເຈັບປວດຢ່າງທົນທຸກທໍລະມານໜັກ. ເມືອງເອັກໂຣນກໍເຊັ່ນດຽວກັນ ຄວາມຫວັງຂອງຕົນຈະແຕກສະຫລາຍໄປ. ເມືອງກາຊາຈະສູນເສຍກະສັດ ແລະເມືອງອາຊະເກໂລນຈະຖືກປະປ່ອຍໃຫ້ຮົກຮ້າງ. 6 ປະຊາຊົນຫລາຍເຊື້ອຊາດທີ່ປະປົນກັນ ຈະອາໄສຢູ່ໃນເມືອງອາຊະໂດດ ແລະເຮົາຈະເຮັດໃຫ້ຊາວຟີລິດສະຕິນ ຄົນຈອງຫອງເຫຼົ່ານັ້ນຖ່ອມຕົວລົງ. 7 ພວກເຂົາຈະບໍ່ກິນຊີ້ນມີເລືອດອີກຕໍ່ໄປ ຫລືອາຫານໃດໆທີ່ຕ້ອງຫ້າມ. ພວກທີ່ລອດຊີວິດທຸກຄົນຈະເປັນປະຊາຊົນສ່ວນໜຶ່ງຂອງເຮົາ ແລະຈະເປັນດັ່ງຕະກຸນໜຶ່ງໃນເຜົ່າຢູດາ. ເອັກໂຣນຈະກາຍເປັນປະຊາຊົນສ່ວນໜຶ່ງຂອງເຮົາ ດັ່ງທີ່ຊາວເຢບຸດ 8 ເຮົາຈະເຝົ້າຮັກສາດິນແດນຂອງເຮົາ ແລະຈະບໍ່ໃຫ້ກອງທັບໃດຜ່ານເຂົ້າມາໄດ້. ເຮົາຈະບໍ່ຍອມໃຫ້ຜູ້ໃດຜູ້ໜຶ່ງມາກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາຕື່ມອີກ ເພາະເຮົາໄດ້ເຫັນປະຊາຊົນຂອງເຮົາທົນທຸກພຽງພໍແລ້ວ. ກະສັດໃນອະນາຄົດ 9 ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາຊີໂອນເອີຍ ປະຊາຊົນນະຄອນເຢຣູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ ຈົ່ງເບິ່ງດູວ່າກະສັດຂອງພວກເຈົ້າກຳລັງມາຫາ ເພິ່ນມາຢ່າງຜູ້ມີໄຊແລະຢ່າງຜູ້ຍຸດຕິທຳດ້ວຍ ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫລັງລໍ ຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່. 10 ເຮົາຈະຍ້າຍລົດຮົບອອກຈາກເອຟຣາອີມ ແລະນຳຝູງມ້າອອກໄປຈາກນະຄອນເຢຣູຊາເລັມດ້ວຍ; ໜ້າທະນູທີ່ໄດ້ໃຊ້ໃນສະໜາມຮົບຈະຖືກທຳລາຍ ພຣະອົງຈະສ້າງສັນຕິສຸກໃນທ່າມກາງຊົນຊາດ; ເພິ່ນຈະປົກຄອງຈາກທະເລນີ້ເຖິງທະເລນັ້ນ ແຕ່ແມ່ນໍ້າເອີຟຣັດເຖິງທີ່ສຸດປາຍແຜ່ນດິນໂລກ. ປະຊາຊົນຂອງພຣະເຈົ້າຈະຖືກຫລໍ່ຫລອມໃໝ່ 11 ເພາະພັນທະສັນຍາທີ່ເຮົາມີໄວ້ກັບພວກເຈົ້າ ທີ່ຖືກປະທັບຕາໂດຍເລືອດສຳລັບຖວາຍບູຊານັ້ນ ເຮົາຈະປົດປ່ອຍປະຊາຊົນຂອງພວກເຈົ້າໃຫ້ເປັນເສລີ ເປັນອິດສະຫລະຈາກທີ່ຄຸມຂັງໃນຫລຸມເລີກທີ່ບໍ່ມີນໍ້າ. 12 ບັດນີ້ ຈົ່ງກັບມາດ້ວຍຄວາມຫວັງເຖີດ ພວກທີ່ເປັນຊະເລີຍເອີຍ ໃຫ້ກັບມາສູ່ບ່ອນທີ່ປອດໄພສຳລັບພວກເຈົ້າ. ບັດນີ້ ເຮົາບອກພວກເຈົ້າວ່າຈະໄດ້ຮັບສອງເທື່ອເທົ່າຕົວ ພອນສຳລັບສິ່ງທັງໝົດທີ່ພວກເຈົ້າໄດ້ທົນທຸກນັ້ນ. 13 ເຮົາຈະໃຊ້ຢູດາໃຫ້ເປັນດັ່ງໜ້າທະນູ ແລະອິດສະຣາເອນໃຫ້ເປັນດັ່ງລູກທະນູດ້ວຍ. ເຮົາຈະໃຊ້ຄົນໃນເມືອງຊີໂອນເປັນດັ່ງດາບດວງໜຶ່ງ ເພື່ອຈະຕໍ່ສູ້ພວກທີ່ມາຈາກປະເທດກຣີກ. 14 ເມື່ອພຣະເຈົ້າຢາເວຈະປາກົດຢູ່ເທິງປະຊາຊົນຂອງຕົນ ພຣະອົງຈະຍິງລູກທະນູດັ່ງສາຍຟ້າແມບເຫລື້ອມ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປົ່າແກປຸກ ພຣະອົງຈະຍົກທັບມາໃນພະຍຸຈາກທິດໃຕ້. 15 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະປົກປ້ອງ ປະຊາຊົນຂອງພຣະອົງ ພວກເຂົາຈະທຳລາຍສັດຕູໃຫ້ກ້ຽງ. ພວກເຂົາຈະຮ້ອງໂຮໃນສະໜາມຮົບດັ່ງຄົນມືນເມົາ ແລະຈະເຮັດໃຫ້ສັດຕູເລືອດໄຫລຫລັ່ງຍ້ອຍ; ມັນຈະໄຫລຫລັ່ງຍ້ອຍດັ່ງເລືອດທີ່ຈະນຳໄປຖວາຍ ຖອກໃສ່ແທ່ນບູຊາ ຈາກຖ້ວຍໃບໜຶ່ງ. 16 ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາ ໃຫ້ພົ້ນອັນຕະລາຍດັ່ງຝູງແກະທີ່ມີຜູ້ລ້ຽງ. ພວກເຂົາຈະສ່ອງໄສແຈ້ງຢູ່ໃນດິນແດນຂອງພຣະອົງ ດັ່ງເພັດພອຍຢູ່ໃນມົງກຸດນັ້ນ. 17 ດິນແດນນັ້ນຈະງາມແລະອຸດົມສົມບູນຍິ່ງ ຄົນໜຸ່ມຈະເຂັ້ມແຂງດ້ວຍເຂົ້າແລະເຫຼົ້າອະງຸ່ນ. |
@ 2012 United Bible Societies. All Rights Reserved.