ເຊກາຣີຢາ 8 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າສັນຍາວ່າຈະສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ 1 ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກໍໄດ້ມອບຖ້ອຍຄຳນີ້ໃຫ້ແກ່ເຊກາຣີຢາວ່າ: 2 “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ເຮົາປາຖະໜາຈະຊ່ວຍຊູນະຄອນເຢຣູຊາເລັມ ເພາະຄວາມຮັກອັນເລິກເຊິ່ງທີ່ເຮົາມີຕໍ່ປະຊາຊົນຂອງເຮົາ ຄືຄວາມຮັກທີ່ເຮັດໃຫ້ເຮົາໂກດຮ້າຍຕໍ່ເຫຼົ່າສັດຕູຂອງພວກເຂົາ. 3 ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະກັບຄືນມາຢູ່ຊີໂອນ, ແລະສະຖິດໃນທ່າມກາງນະຄອນເຢຣູຊາເລັມ ນະຄອນເຢຣູຊາເລັມຈະມີຊື່ວ່ານະຄອນແຫ່ງຄວາມສັດຊື່. ແລະພູເຂົາຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນທີ່ເອີ້ນວ່າພູເຂົາສັກສິດ. 4 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ຊາຍເຖົ້າຍິງແກ່ທີ່ຊະຣາຫລາຍຈົນໃຊ້ໄມ້ເທົ້າຍ່າງໄປມາ ພວກເຂົາຈະໄດ້ນັ່ງຢູ່ຕາມເດີ່ນຂອງນະຄອນອີກເທື່ອໜຶ່ງ. 5 ແລະຕາມທ້ອງຖະໜົນຫົນທາງກໍຈະມີເດັກນ້ອຍຊາຍຍິງຫລິ້ນຢູ່ເຕັມ. 6 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ເລື່ອງນີ້ເບິ່ງຄືເປັນໄປບໍ່ໄດ້ສຳລັບປະຊາຊົນອິດສະຣາເອນ ທີ່ລອດຊີວິດຢູ່ໃນເວລານີ້ ແຕ່ສຳລັບເຮົາແລ້ວ ທຸກຢ່າງກໍເປັນໄປໄດ້. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 7 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ເຮົາຈະຊ່ວຍເອົາປະຊາຊົນຂອງເຮົາໃຫ້ພົ້ນຈາກດິນແດນທີ່ພວກເຂົາໄດ້ຖືກຈັບໄປນັ້ນ 8 ແລະເຮົາຈະນຳພວກເຂົາມາຈາກທິດຕາເວັນອອກແລະທິດຕາເວັນຕົກ ເພື່ອໃຫ້ອາໄສຢູ່ໃນນະຄອນເຢຣູຊາເລັມ. ພວກເຂົາຈະເປັນປະຊາຊົນຂອງເຮົາແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ ໂດຍຈະປົກຄອງພວກເຂົາດ້ວຍຄວາມສັດຊື່ແລະຊອບທຳ. 9 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ຈົ່ງກ້າຫານເຖີດ ບັດນີ້ ພວກເຈົ້າໄດ້ຍິນຄຳເວົ້າຢ່າງດຽວກັນກັບ ທີ່ພວກຜູ້ທຳນວາຍໄດ້ກ່າວໃນສະໄໝວາງຮາກຖານ ເມື່ອສ້າງວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຂຶ້ນໃໝ່ນັ້ນ. 10 ກ່ອນເວລານັ້ນ ບໍ່ມີຜູ້ໃດສາມາດຈ້າງຄ່າແຮງງານຂອງຄົນກັບສັດ ແລະບໍ່ມີຜູ້ໃດຢູ່ຢ່າງປອດໄພຈາກເຫຼົ່າສັດຕູຂອງຕົນໄດ້. ເຮົາໄດ້ບັນດານໃຫ້ຄົນທັງຫລາຍຕໍ່ສູ້ຊຶ່ງກັນແລະກັນ. 11 ແຕ່ບັດນີ້ ເຮົາຈະເຮັດກັບພວກທີ່ລອດຊີວິດຂອງຊົນຊາດນີ້ແຕກຕ່າງອອກໄປ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 12 ພວກເຂົາຈະປູກພືດພັນຂອງຕົນຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະຝົນກໍຈະຕົກລົງມາຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫຼົ່ານີ້ແກ່ປະຊາຊົນ ທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ. 13 ປະຊາຊົນຢູດາແລະອິດສະຣາເອນເອີຍ ໃນອະດີດນັ້ນ ຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກຖືກຢູດາແລະອິດສະຣາເອນນັ້ນ ຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫຼົ່ານັ້ນກໍຈະເວົ້າຕໍ່ກັນແລະກັນວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາແລະອິດສະຣາເອນນັ້ນ ມາສູ່ພວກເຈົ້າເຊັ່ນກັນ.’ ສະນັ້ນ ຈົ່ງກ້າຫານແລະຢ່າຢ້ານກົວເລີຍ.” 14 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເມື່ອບັນພະບຸລຸດຂອງພວກເຈົ້າໄດ້ເຮັດໃຫ້ເຮົາໂກດຮ້າຍນັ້ນ ເຮົາໄດ້ຕັ້ງໃຈລົງໂທດພວກເຂົາແລະເຮົາບໍ່ໄດ້ປ່ຽນໃຈ ແຕ່ໄດ້ເຮັດຕາມທີ່ເຮົາໄດ້ຕັ້ງໃຈໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, 15 “ແຕ່ບັດນີ້ ເຮົາກຳລັງຕັ້ງໃຈຈະອວຍພອນປະຊາຊົນເຢຣູຊາເລັມແລະຢູດາ. ດັ່ງນັ້ນ ຢ່າສູ່ຢ້ານກົວ. 16 ສິ່ງເຫຼົ່ານີ້ແຫຼະ ທີ່ພວກເຈົ້າຕ້ອງເຮັດຄື: ຈົ່ງກ່າວຄວາມຈິງຕໍ່ກັນແລະກັນ. ຈົ່ງໃຫ້ສານຂອງພວກເຈົ້າຕັດສິນຄວາມຢ່າງຍຸດຕິທຳອັນແທ້ຈິງ ຄືຄວາມຍຸດຕິທຳທີ່ຈະນຳໄປສູ່ຄວາມສະຫງົບສຸກ. 17 ຢ່າສູ່ວາງແຜນຄິດຄວາມຊົ່ວໃນໃຈຕໍ່ກັນແລະກັນ. ຢ່າສູ່ສາບານໂດຍເປັນພະຍານບໍ່ຈິງ. ເຮົາກຽດຊັງການເວົ້າຕົວະ, ການອະຍຸດຕິທຳ ແລະການໂຫດຮ້າຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 18 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ມອບຖ້ອຍຄຳໃຫ້ແກ່ເຊກາຣີຢາ ດັ່ງຕໍ່ໄປນີ້: 19 “ການຖືສິນອົດອາຫານໃນເດືອນທີສີ່, ທີຫ້າ, ທີເຈັດ ແລະທີສິບນັ້ນ ຈະເປັນມື້ທີ່ເຕັມໄປດ້ວຍຄວາມຊົມຊື່ນຍິນດີສຳລັບປະຊາຊົນຢູດາ. ພວກເຈົ້າຕ້ອງຮັກຄວາມຈິງແລະຄວາມສະຫງົບສຸກ.” 20 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈາກຫລາຍເມືອງ ຈະມາທີ່ນະຄອນເຢຣູຊາເລັມ. 21 ຄົນທີ່ມາຈາກເມືອງໜຶ່ງຈະເວົ້າຕໍ່ຄົນທີ່ມາຈາກເມືອງອື່ນວ່າ, ‘ຈົ່ງພາກັນໄປພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະສະແຫວງຫາພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງໄປກັບພວກເຮົາເທີ້ນ.’ 22 ປະຊາຊົນຢ່າງຫລວງຫລາຍ ແລະຫລາຍຊົນຊາດທີ່ມີອຳນາດຈະມາທີ່ນະຄອນເຢຣູຊາເລັມ ເພື່ອສະແຫວງຫາພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແລະເພື່ອພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. 23 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ໃນເວລານັ້ນ ຄົນຕ່າງດ້າວສິບຄົນຈະມາຫາຄົນຢິວຜູ້ໜຶ່ງ ແລະຈະເວົ້າວ່າ, ‘ພວກເຮົາຢາກຈະໄປກັບເຈົ້າ ເພາະພວກເຮົາໄດ້ຍິນວ່າພຣະເຈົ້າຢູ່ກັບເຈົ້າ.”’ |
@ 2012 United Bible Societies. All Rights Reserved.