ເຊກາຣີຢາ 7 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າກ່າວໂທດຜູ້ບໍ່ຈິງໃຈຖືສິນອົດອາຫານ 1 ໃນຣາຊການປີທີສີ່ ທີ່ເຈົ້າດາຣິອຸດເປັນຈັກກະພັດ ອັນກົງກັບມື້ທີສີ່ ເດືອນເກົ້າ (ເດືອນກີຊະເລວ ) ພຣະເຈົ້າຢາເວໄດ້ມອບຖ້ອຍຄຳໃຫ້ແກ່ຂ້າພະເຈົ້າ. 2 ປະຊາຊົນແຫ່ງເມືອງເບັດເອນໄດ້ໃຊ້ຊາເຣເຊແລະເຣເກມເມເຫລັກ ພ້ອມດ້ວຍຄົນຂອງຕົນ ມາທີ່ວິຫານຂອງອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ເພື່ອພາວັນນາອະທິຖານຕໍ່ພຣະເຈົ້າຢາເວ 3 ແລະເພື່ອຖາມບັນດາປະໂຣຫິດຕະຫລອດທັງຜູ້ທຳນວາຍວ່າ: “ພວກຂ້ານ້ອຍທັງຫລາຍຈະຕ້ອງສືບຕໍ່ໄວ້ທຸກແລະຖືສິນອົດອາຫານ ເພາະວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຖືກທຳລາຍໃນເດືອນທີຫ້າ ຕາມທີ່ພວກຂ້ານ້ອຍເຄີຍປະຕິບັດມາເປັນເວລາຫລາຍປີນັ້ນບໍ?” 4 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້າ. 5 ຊົງກ່າວວ່າ, “ຈົ່ງບອກປະຊາຊົນໃນດິນແດນນີ້ແລະພວກປະໂຣຫິດວ່າ, ‘ເມື່ອພວກເຈົ້າໄວ້ທຸກ ແລະຖືສິນອົດອາຫານໃນເດືອນທີຫ້າ ແລະໃນເດືອນທີເຈັດ ຕະຫລອດເຈັດສິບປີນັ້ນ ບໍ່ໄດ້ເປັນການໃຫ້ກຽດເຮົາເລີຍ. 6 ເມື່ອພວກເຈົ້າກິນແລະດື່ມນັ້ນ ກໍເພື່ອໃຫ້ອີ່ມໜຳສຳລານໃຈຂອງພວກເຈົ້າເທົ່ານັ້ນ.”’ 7 ອັນນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວຜ່ານ ທາງຜູ້ທຳນວາຍໃນສະໄໝກ່ອນ; ຄືສະໄໝທີ່ນະຄອນເຢຣູຊາເລັມໄດ້ຈະເລີນຮຸ່ງເຮືອງແລະເຕັມໄປດ້ວຍຜູ້ຄົນ ແລະໃນສະໄໝທີ່ຫລາຍຄົນໄດ້ອາໄສຢູ່ ບໍ່ແມ່ນແຕ່ໃນເມືອງທີ່ອ້ອມແອ້ມເທົ່ານັ້ນ ແຕ່ໃນຂົງເຂດທາງໃຕ້ແລະຕາມຕີນພູທາງພາກຕາເວັນຕົກດ້ວຍ. ຄວາມບໍ່ເຊື່ອຟັງເປັນຕົ້ນເຫດໃຫ້ຖືກຈັບໄປ 8 ພຣະເຈົ້າຢາເວໄດ້ມອບຖ້ອຍຄຳນີ້ໃຫ້ແກ່ເຊກາຣີຢາວ່າ: 9 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດົນນານມາແລ້ວ ເຮົາໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ປະຊາຊົນຂອງເຮົາ ດັ່ງນີ້: ‘ພວກເຈົ້າຕ້ອງໃຫ້ຄວາມຍຸດຕິທຳເກີດມີຂຶ້ນ ແລະຕ້ອງສະແດງຄວາມເມດຕາປານີຕໍ່ກັນແລະກັນ. 10 ຢ່າຂົ່ມເຫັງແມ່ໝ້າຍ, ລູກກຳພ້າ, ຄົນຕ່າງດ້າວ ທີ່ອາໄສຢູ່ທ່າມກາງພວກເຈົ້າ ຫລືຄົນອື່ນໆທີ່ຢູ່ໃນຄວາມຂັດສົນ. ແລະຢ່າວາງແຜນການປະຫັດປະຫານຊຶ່ງກັນແລະກັນ.’ 11 ແຕ່ປະຊາຊົນຂອງເຮົາດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະປິດຫູຂອງພວກເຂົາໄວ້ 12 ແລະຈິດໃຈຂອງພວກເຂົາກໍແຂງດັ່ງຫີນ ຈຶ່ງບໍ່ຟັງກົດບັນຍັດ ແລະຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສົ່ງໄປໂດຍພຣະວິນຍານຂອງພຣະອົງຜ່ານທາງບັນດາຜູ້ທຳນວາຍແຕ່ກ່ອນ. ເພາະສະນັ້ນ ຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງໄດ້ມາເຖິງພວກເຂົາ. 13 ຍ້ອນພວກເຂົາບໍ່ເຊື່ອຟັງເມື່ອເຮົາກ່າວ, ເຮົາຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງພວກເຂົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. 14 ແລະເຮົາໄດ້ກວາດພວກເຂົາເໝືອນລົມພະຍຸພັດ ໃຫ້ໜີໄປອາໄສຢູ່ໃນຕ່າງປະເທດ. ດັ່ງນັ້ນ ດິນແດນທີ່ອຸດົມຮັ່ງມີນີ້ຈຶ່ງຖືກປະປ່ອຍໃຫ້ເປົ່າປ່ຽວເປັນຕາໜ້າຢ້ານກົວ ແລະບໍ່ມີຜູ້ໃດຢູ່ອາໄສ.” |
@ 2012 United Bible Societies. All Rights Reserved.