Biblia Todo Logo
Bìoball air-loidhne

- Sanasan -

ເຊກາຣີຢາ 6 - ພຣະຄຳພີສັກສິ


ນິມິດ​ເລື່ອງ​ລົດຮົບ​ສີ່​ຄັນ

1 ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ເທື່ອ​ນີ້​ຂ້າພະເຈົ້າ​ໄດ້​ເຫັນ​ລົດຮົບ​ສີ່​ຄັນ ກຳລັງ​ອອກ​ມາ​ຈາກ​ພູເຂົາ​ສອງ​ໜ່ວຍ​ທີ່​ເປັນ​ທອງສຳຣິດ.

2 ລົດຮົບ​ຄັນ​ທີ​ໜຶ່ງ​ມີ​ມ້າ​ສີແດງ, ລົດຮົບ​ຄັນ​ທີ​ສອງ​ມີ​ມ້າ​ສີ​ດຳ​

3 ລົດຮົບ​ຄັນ​ທີ​ສາມ​ມີ​ມ້າ​ສີ​ຂາວ ແລະ​ລົດຮົບ​ຄັນ​ທີ​ສີ່​ມີ​ມ້າ​ສີ​ດ່າງ.

4 ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ເທວະດາ​ຕົນ​ນັ້ນ​ວ່າ, “ທ່ານເອີຍ ລົດຮົບ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”

5 ເທວະດາ​ຕົນ​ນັ້ນ​ໄດ້​ຕອບ​ວ່າ, “ລົດຮົບ​ເຫຼົ່ານີ້ ໝາຍເຖິງ​ລົມ​ທັງ​ສີ່​ທິດ ທີ່​ຫາ​ກໍ​ມາ​ແຕ່​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ແຫ່ງ​ແຜ່ນດິນ​ໂລກ​ນີ້​ທັງໝົດ.”

6 ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.

7 ເມື່ອ​ມ້າ​ໂຕ​ສີແດງ​ໄດ້​ກ້າວ​ອອກ​ໄປ ພວກມັນ​ກໍ​ຮ້ອນໃຈ​ທີ່​ຈະ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ. ເທວະດາ​ຕົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ໄປ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ​ສາ” ແລະ​ມ້າ​ເຫຼົ່ານັ້ນ​ກໍ​ອອກ​ໄປ.

8 ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຮ້ອງ​ບອກ​ຂ້າພະເຈົ້າ​ວ່າ, “ມ້າ​ທີ່​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ​ນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ງຽບລົງ.”


ອົງພຣະ​ຜູ້​ເປັນເຈົ້າ​ສັ່ງ​ສຸບ​ມົງກຸດ​ໃຫ້​ເຢຊູອາ

9 ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.

10 ພຣະອົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຂອງຂວັນ​ທີ່​ເຮນດາອີ, ໂຕບີຢາ ແລະ​ເຢດາອີຢາ ຖວາຍ​ໃນ​ນາມ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້​ໂລດ. ຄົນ​ເຫຼົ່ານີ້​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ທີ່​ບາບີໂລນ.

11 ຈົ່ງ​ເອົາ​ເງິນ​ແລະ​ຄຳ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ນັ້ນ​ເຮັດ​ມົງກຸດ ແລະ​ສຸບ​ມົງກຸດ​ນີ້​ໃສ່​ຫົວ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ.

12 ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຄົນ​ຊື່​ວ່າ​ກິ່ງ ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ບ່ອນ​ທີ່​ຕົນ​ຢູ່​ອາໄສ ແລະ​ລາວ​ຈະ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.

13 ລາວ​ຈະ​ເປັນ​ຜູ້​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ກຽດ​ສົມກັບ​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງຕົນ. ຈະ​ມີ​ປະໂຣຫິດ​ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຂ້າງ​ບັນລັງ​ຂອງ​ລາວ ແລະ​ພວກເຂົາ​ຈະ​ປົກຄອງ​ຮ່ວມກັນ​ຢ່າງ​ສັນຕິສຸກ ແລະ​ມີ​ຄວາມ​ເຂົ້າໃຈ​ຊຶ່ງກັນແລະກັນ.’

14 ມົງກຸດ​ນັ້ນ​ຈະ​ເປັນ​ທີ່​ລະລຶກ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ໃຫ້​ແກ່​ເຮນດາອີ, ໂຕບີຢາ, ເຢດາອີຢາ ແລະ​ໂຢສີຢາ ລູກຊາຍ​ຂອງ​ເຊຟານີຢາ.”

15 ຜູ້​ທີ່​ຢູ່​ຫ່າງໄກ​ກໍ​ຈະ​ມາ​ຊ່ວຍ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່. ແລະ​ເມື່ອ​ສ້າງ​ຂຶ້ນ​ໃໝ່​ແລ້ວ ພວກເຈົ້າ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ. ເຫດການ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້ ຖ້າ​ພວກເຈົ້າ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan