ເຊກາຣີຢາ 5 - ພຣະຄຳພີສັກສິນິມິດເລື່ອງໜັງສືມ້ວນປິວໄປ 1 ຂ້າພະເຈົ້າໄດ້ຫລຽວເບິ່ງອີກ ແລະໃນເທື່ອນີ້ຂ້າພະເຈົ້າເຫັນໜັງສືມ້ວນ ປິວໄປໃນອາກາດ. 2 ເທວະດາຕົນນັ້ນໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນໜັງສືມ້ວນກຳລັງປິວໄປໃນອາກາດ; ໜັງສືນີ້ຍາວເກົ້າແມັດແລະກວ້າງແມັດເຄິ່ງ.” 3 ແລ້ວເທວະດາຕົນນັ້ນກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ໃນໜັງສືມ້ວນນັ້ນມີຄຳສາບແຊ່ງຖືກຂຽນໄວ້ ທີ່ຈະອອກໄປເຖິງທົ່ວທັງດິນແດນ. ທີ່ສົ້ນໜຶ່ງຂອງໜັງສືນັ້ນກ່າວວ່າ ຄົນຂີ້ລັກທຸກໆຄົນຈະຖືກກວາດອອກໄປຈາກດິນແດນ ແລະທີ່ສົ້ນໜຶ່ງອີກກ່າວວ່າ ທຸກໆຄົນທີ່ເວົ້າຕົວະພາຍໃຕ້ຄຳສາບານ ຈະຖືກກວາດລ້າງອອກໄປຈາກດິນແດນເຊັ່ນກັນ. 4 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ພຣະອົງຈະສົ່ງຄຳສາບແຊ່ງນີ້ອອກໄປ ແລະມັນຈະເຂົ້າໄປໃນເຮືອນຂອງຄົນຂີ້ລັກທຸກຄົນ ຕະຫລອດທັງເຮືອນຂອງຜູ້ເວົ້າຕົວະພາຍໃຕ້ຄຳສາບານທຸກຄົນ. ມັນຈະຢູ່ໃນເຮືອນຂອງພວກເຂົາຈົນກວ່າບ້ານເຮືອນຖືກຮົກຮ້າງເພພັງ.” ນິມິດເລື່ອງຜູ້ຍິງຢູ່ໃນກະຕ່າ 5 ເທວະດາຕົນນັ້ນໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກຳລັງມາ.” 6 ຂ້າພະເຈົ້າຖາມວ່າ, “ສິ່ງນັ້ນແມ່ນຫຍັງ?” ເທວະດາຕົນນັ້ນຕອບວ່າ, “ແມ່ນກະຕ່າໜ່ວຍໜຶ່ງແລະມັນໝາຍເຖິງບາບ ຂອງດິນແດນນີ້ທັງໝົດ.” 7 ກະຕ່ານັ້ນມີຝາອັດທີ່ເຮັດດ້ວຍຕະກົ່ວ ເມື່ອຂ້າພະເຈົ້າເບິ່ງລົງໃນທີ່ນັ້ນ ຝາມັນກໍໄຂອອກແລະມີຍິງຜູ້ໜຶ່ງນັ່ງຢູ່ໃນກະຕ່ານັ້ນ. 8 ເທວະດາຕົນນັ້ນໄດ້ກ່າວວ່າ, “ຍິງຜູ້ນີ້ເປັນຕົວແທນຂອງຄວາມຊົ່ວຮ້າຍ.” ແລ້ວເທວະຕົນນັ້ນກໍຂົ່ມຫົວນາງລົງແລະອັດກະຕ່າໄວ້ຄືນ. 9 ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນ ແລະເຫັນຍິງສອງຄົນບິນມາທາງຂ້າພະເຈົ້າ ດ້ວຍປີກອັນມີກຳລັງຫລາຍເໝືອນດັ່ງນົກຍາງ. ຍິງທັງສອງໄດ້ຍົກກະຕ່ານັ້ນຂຶ້ນແລະບິນໜີໄປ. 10 ຂ້າພະເຈົ້າຈຶ່ງຖາມເທວະດາຕົນນັ້ນວ່າ, “ພວກນາງຈະເອົາກະຕ່ານັ້ນໄປໃສ?” 11 ເທວະດາຕົນນັ້ນຕອບວ່າ, “ໄປບາບີໂລນ ບ່ອນທີ່ພວກນາງຈະສ້າງວິຫານສຳລັບກະຕ່ານັ້ນ. ເມື່ອສ້າງວິຫານສຳເລັດແລ້ວ ກະຕ່ານັ້ນຈະຖືກປະໄວ້ທີ່ນັ້ນໃຫ້ຄົນຂາບໄຫວ້.” |
@ 2012 United Bible Societies. All Rights Reserved.