ເຊກາຣີຢາ 3 - ພຣະຄຳພີສັກສິນິມິດເລື່ອງມະຫາປະໂຣຫິດ 1 ໃນນິມິດຢ່າງອື່ນອີກ ພຣະອົງໄດ້ສຳແດງໃຫ້ຂ້າພະເຈົ້າເຫັນມະຫາປະໂຣຫິດເຢຊູອາ ເພິ່ນກຳລັງຢືນຢູ່ຕໍ່ໜ້າເທວະດາຂອງພຣະເຈົ້າຢາເວ. ໃນທີ່ນັ້ນ ຢູ່ຂ້າງຂອງເຢຊູອາກໍມີມານຊາຕານ ຢືນຢູ່ດ້ວຍພ້ອມທີ່ຈະກ່າວຟ້ອງເພິ່ນ. 2 ພຣະເຈົ້າຢາເວຕົນນັ້ນ ໄດ້ກ່າວວ່າ, “ມານຊາຕານເອີຍ ຂໍໃຫ້ພຣະເຈົ້າຢາເວລົງໂທດເຈົ້າເຖີດ ຂໍໃຫ້ພຣະເຈົ້າຢາເວອົງຊົງຮັກນະຄອນເຢຣູຊາເລັມລົງໂທດເຈົ້າ. ຊາຍຄົນນີ້ເປັນດັ່ງດົ້ນຟືນທີ່ມີໄຟລຸກໄໝ້ຢູ່.” 3 ເຢຊູອາກໍຢືນຢູ່ຕໍ່ໜ້າເທວະດາໃນທີ່ນັ້ນ ໂດຍນຸ່ງເສື້ອຜ້າອັນເປິເປື້ອນ. 4 ເທວະດາຕົນນັ້ນໄດ້ກ່າວຕໍ່ລູກທັງຫລາຍຂອງພຣະເຈົ້າຜູ້ທີ່ຄອຍຮັບໃຊ້ທ່ານຢູ່ນັ້ນວ່າ, “ຈົ່ງແກ້ເສື້ອອັນເປິເປື້ອນຂອງຊາຍຄົນນີ້ອອກສາ.” ແລ້ວເພິ່ນກໍກ່າວແກ່ເຢຊູອາວ່າ, “ເຮົາໄດ້ຍົກບາບໃຫ້ເຈົ້າແລ້ວ ແລະເຮົາຈະເອົາເສື້ອໃໝ່ໃຫ້ເຈົ້ານຸ່ງ.” 5 ເທວະດາຕົນນັ້ນໄດ້ສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນສຸບ ຜ້າພັນຫົວອັນສະອາດໃສ່ຫົວຂອງເຢຊູອາ. ພວກເຂົາກໍໄດ້ປະຕິບັດຕາມແລະຍັງໄດ້ເອົາເຄື່ອງໃໝ່ນຸ່ງໃຫ້ເພິ່ນ ໃນຂະນະທີ່ເທວະດາຂອງພຣະເຈົ້າຢາເວຢືນຢູ່ໃນທີ່ນັ້ນ. 6-7 ແລ້ວເທວະດາຂອງພຣະເຈົ້າຢາເວກໍບອກເຢຊູອາວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ຖ້າເຈົ້າເຮັດຕາມກົດບັນຍັດທັງຫລາຍຂອງເຮົາ ແລະປະຕິບັດໜ້າທີ່ຕາມທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ ແລ້ວເຈົ້າກໍຈະໄດ້ສືບຕໍ່ຮັບຜິດຊອບວິຫານຂອງເຮົາ ຕະຫລອດທັງເດີ່ນຂອງພຣະວິຫານດ້ວຍ, ແລະເຮົາຈະຟັງຄຳພາວັນນາອະທິຖານຂອງພວກເຈົ້າ ດັ່ງທີ່ເຮົາຟັງຄຳພາວັນນາອະທິຖານຂອງພວກທີ່ຢູ່ຊ້ອງໜ້າເຮົານີ້. 8 ເຢຊູອາຜູ້ເປັນມະຫາປະໂຣຫິດເອີຍ ບັດນີ້ຈົ່ງຟັງເຖີດ ພວກເຈົ້າຜູ້ທີ່ເປັນປະໂຣຫິດຮ່ວມກັບເພິ່ນກໍຈົ່ງຟັງດ້ວຍ. ພວກເຈົ້າເປັນສິ່ງສະແດງທີ່ດີໃນອະນາຄົດ ເຮົາຈະໃຫ້ຜູ້ຮັບໃຊ້ຂອງເຮົາມາປາກົດ ຄືຜູ້ທີ່ມີຊື່ວ່າ ກິ່ງ 9 ເຮົາກຳລັງວາງຫີນກ້ອນໜຶ່ງ ທີ່ມີເຈັດຫລ່ຽມຢູ່ຕໍ່ໜ້າເຢຊູອາ. ເຮົາຈະສະຫລັກຕົວໜັງສືໄວ້ເທິງນັ້ນ ແລະເຮົາຈະຍົກເອົາບາບຂອງດິນແດນນີ້ໄປໃນວັນດຽວເທົ່ານັ້ນ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. 10 ເມື່ອວັນນັ້ນມາເຖິງ ແຕ່ລະຄົນໃນພວກເຈົ້າກໍຈະເຊີນເອົາເພື່ອນບ້ານຂອງຕົນມາຮ່ວມຊົມຊື່ນຍິນດີນຳ ເພາະມີຄວາມສະຫງົບສຸກແລະຄວາມປອດໄພ ຢູ່ໃນສວນອະງຸ່ນແລະຢູ່ໃຕ້ຕົ້ນໝາກເດື່ອເທດທັງຫລາຍ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.” |
@ 2012 United Bible Societies. All Rights Reserved.