ເຊກາຣີຢາ 2 - ພຣະຄຳພີສັກສິນິມິດເລື່ອງເຊືອກແທກ 1 ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງຖືເຊືອກແທກໃນມື. 2 ຂ້າພະເຈົ້າຖາມວ່າ, “ທ່ານກຳລັງຈະໄປໃສ?” ຊາຍຄົນນັ້ນຕອບວ່າ, “ໄປແທກນະຄອນເຢຣູຊາເລັມວ່າຍາວແລະກວ້າງເທົ່າໃດ.” 3 ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປແລະມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້. 4 ເທວະດາຕົນທຳອິດໄດ້ກ່າວຕໍ່ເທວະດາຕົນອື່ນວ່າ, “ຈົ່ງແລ່ນໄປບອກຊາຍໜຸ່ມທີ່ຖືເຊືອກແທກນັ້ນວ່າ ຢູ່ໃນນະຄອນເຢຣູຊາເລັມຈະມີຄົນກັບສັດຢ່າງຫລວງຫລາຍ ຈົນຈະກໍ່ກຳແພງເມືອງຂຶ້ນບໍ່ໄດ້. 5 ພຣະເຈົ້າຢາເວໄດ້ສັນຍາວ່າ ພຣະອົງເອງຈະເປັນກຳແພງໄຟອ້ອມເພື່ອປົກປ້ອງນະຄອນນີ້ໄວ້ ແລະພຣະອົງຈະສະຖິດຢູ່ໃນທີ່ນັ້ນ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ຊະເລີຍໃນຕ່າງຖິ່ນຖືກເອີ້ນໃຫ້ກັບຄືນມາ 6-7 ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ກະຈັດກະຈາຍພວກເຈົ້າໄປທົ່ວທຸກທິດທຸກທາງ. ແຕ່ບັດນີ້ ພວກເຈົ້າຜູ້ທີ່ເປັນຊະເລີຍໃນຕ່າງຖິ່ນເອີຍ ຈົ່ງປົບໜີຈາກບາບີໂລນ ແລະກັບຄືນມາທີ່ນະຄອນເຢຣູຊາເລັມເຖີດ. ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ 8 ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ, 9 “ພຣະອົງເອງຈະຕໍ່ສູ້ພວກເຈົ້າ ແລະພວກເຈົ້າຈະຖືກປຸ້ນຈີ້ໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.” 10 ພຣະເຈົ້າຢາເວກ່າວວ່າ, “ໂອ ລູກສາວຊີໂອນເອີຍ ຈົ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີເຖີດ ເຮົາກຳລັງມາຢູ່ທ່າມກາງພວກເຈົ້າ.” 11 ໃນເວລານັ້ນຈະມີຫລາຍຊົນຊາດມາຫາພຣະເຈົ້າຢາເວ ແລະກາຍເປັນປະຊາຊົນຂອງພຣະອົງ. ພຣະອົງຈະຢູ່ທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. 12 ອີກເທື່ອໜຶ່ງ ຢູດາຍຈະເປັນສ່ວນມໍຣະດົກຂອງພຣະເຈົ້າຢາເວໃນດິນແດນອັນສັກສິດຂອງພຣະອົງ ແລະນະຄອນເຢຣູຊາເລັມກໍຈະເປັນນະຄອນທີ່ພຣະອົງຮັກຫຼາຍທີ່ສຸດ. 13 ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ. |
@ 2012 United Bible Societies. All Rights Reserved.