ເຊກາຣີຢາ 13 - ພຣະຄຳພີສັກສິ1 ເມື່ອເວລານັ້ນມາເຖິງຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊຳລະບາບຂອງເຊື້ອສາຍຂອງກະສັດດາວິດ ແລະຂອງປະຊາຊົນເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ. 2 ພຣະເຈົ້າຢາເວກ່າວວ່າ, ໃນເວລານັ້ນ ເຮົາຈະກຳຈັດບັນດາຮູບເຄົາຣົບໃຫ້ໝົດໄປຈາກດິນແດນ ແລະຈະບໍ່ມີຜູ້ໃດຈົດຈຳພວກມັນໄດ້ອີກເລີຍ. ເຮົາຈະກຳຈັດທຸກໆຄົນທີ່ອ້າງຕົວເອງວ່າເປັນຜູ້ທຳນວາຍ ແລະຈະທຳລາຍຄວາມປາຖະໜາທີ່ຈະຂາບໄຫວ້ບັນດາຮູບນັ້ນ. 3 ແລ້ວຖ້າຜູ້ໃດຜູ້ໜຶ່ງຍັງທຳນວາຍຕໍ່ໄປ ພໍ່ແລະແມ່ຂອງຜູ້ນັ້ນກໍຈະບອກວ່າ, ລາວຈະຖືກປະຫານຊີວິດຍ້ອນລາວເວົ້າຕົວະໃນນາມຂອງພຣະເຈົ້າຢາເວ; ເມື່ອລາວທຳນວາຍນັ້ນ ພໍ່ແມ່ຂອງລາວຈະຕົບຕີລາວຈົນຕາຍ. 4 ເມື່ອເວລາມາເຖິງ ຈະບໍ່ມີຜູ້ທຳນວາຍຄົນໃດອວດອ້າງຈອງຫອງວ່າ ຕົນໄດ້ເຫັນນິມິດ ຫລືສະແດງຕົນເປັນຜູ້ທຳນວາຍ ຫລືນຸ່ງເສື້ອຄຸມຂອງຜູ້ທຳນວາຍຫາຫລອກລວງປະຊາຊົນ. 5 ແຕ່ລາວຈະເວົ້າວ່າ, ‘ຂ້ອຍບໍ່ແມ່ນຜູ້ທຳນວາຍ ຂ້ອຍເປັນພໍ່ນາເພາະຂ້ອຍເຮັດນາມາຕະຫລອດຊີວິດ.’ 6 ຖ້າມີຄົນຖາມວ່າ, ‘ບາດແຜຫຍັງທີ່ໜ້າເອິກຂອງເຈົ້າ?’ ລາວກໍຈະຕອບວ່າ, ‘ຂ້ອຍໄດ້ຮັບບາດເຈັບທີ່ເຮືອນຂອງໝູ່ຂ້ອຍ.”’ ພຣະເຈົ້າສັ່ງໃຫ້ຂ້າຜູ້ລ້ຽງແກະຂອງພຣະອົງ 7 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດາບເອີຍ ຈົ່ງຕື່ນຂຶ້ນແລະໂຈມຕີຄົນລ້ຽງແກະ ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະຝູງແກະຂອງເຮົາກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.” 8 ພຣະເຈົ້າຢາເວກ່າວວ່າ, “ແລະສອງສ່ວນສາມຂອງປະຊາຊົນທົ່ວປະເທດຈະຕາຍໄປ. 9 ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’ |
@ 2012 United Bible Societies. All Rights Reserved.