Biblia Todo Logo
Bìoball air-loidhne

- Sanasan -

ເຊກາຣີຢາ 10 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ສັນຍາ​ວ່າ​ຈະ​ມາ​ປົດປ່ອຍ

1 ຈົ່ງ​ຂໍ​ຝົນ​ປາຍ​ລະດູ​ຈາກ​ພຣະເຈົ້າຢາເວ. ແມ່ນ​ພຣະເຈົ້າຢາເວ​ທີ່​ສົ່ງ​ພະຍຸ​ຝົນ​ກັບ​ຫ່າຝົນ​ລົງ​ມາ​ໃຫ້​ແກ່​ປະຊາຊົນ, ທັງ​ໃຫ້​ທົ່ງ​ໄຮ່​ທົ່ງນາ​ຂຽວ​ງາມ​ສຳລັບ​ທຸກຄົນ.

2 ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.

3 ເຮົາ​ໂກດຮ້າຍ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຄື​ຜູ້​ທີ່​ປົກຄອງ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກຳລັງ​ຈະ​ລົງໂທດ​ພວກເຂົາ. ປະຊາຊົນ​ຢູດາ​ເປັນ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ມ້າ​ເສິກ​ທີ່​ແຂງແຮງ​ຂອງເຮົາ.

4 ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.

5 ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.

6 ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.

7 ປະຊາຊົນ​ອິດສະຣາເອນ​ຈະ​ເຂັ້ມແຂງ​ດັ່ງ​ນັກຮົບ ສົດຊື່ນ​ດັ່ງ​ຄົນ​ທີ່​ກຳລັງ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ. ເຊື້ອສາຍ​ຂອງ​ພວກ​ເຂົາ​ຈະ​ຈົດຈຳ​ໄຊຊະນະ​ນີ້ ແລະ​ຈະ​ປິຕິ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.

8 ເຮົາ​ຈະ​ເອີ້ນ​ເອົາ​ປະຊາຊົນ​ຂອງເຮົາ ແລະ​ທ້ອນໂຮມ​ພວກເຂົາ​ເຂົ້າ​ມາ​ຫາ​ກັນ​ໄວ້. ເຮົາ​ຈະ​ໄຖ່​ເອົາ​ພວກເຂົາ ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ຄື​ດັ່ງ​ແຕ່​ກ່ອນ.

9 ເຖິງ​ແມ່ນ​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ກໍຕາມ ໃນ​ທ່າມກາງ​ບັນດາ​ຊົນຊາດ​ທັງຫລາຍ​ນັ້ນ ແຕ່​ຈາກ​ທີ່​ຫ່າງໄກ​ພຸ້ນ​ພວກເຂົາ​ຍັງ​ຈະ​ລະນຶກ​ຄິດເຖິງ ແລະ​ຈົດຈຳ​ເຮົາ​ໄດ້​ຢູ່. ພວກເຂົາ​ຈະ​ລອດຊີວິດ​ມາ​ໄດ້​ພ້ອມ​ດ້ວຍ​ລູກໆ​ຂອງ​ພວກເຂົາ ແລະ​ຕ່າງ​ກໍ​ຈະ​ຫັນຕ່າວ​ຄືນມາ​ບ້ານ.

10 ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.

11 ເມື່ອ​ພວກເຂົາ​ຜ່ານ​ທະເລ​ທີ່​ໃຫ້​ຄວາມ​ເດືອດຮ້ອນ​ໃຈ ພຣະອົງ​ຈະ​ຕີ​ຄື້ນ​ໃຫ້​ສະຫງັດ​ງຽບ ສ່ວນ​ທ້ອງ​ນໍ້າ​ເລິກ​ຂອງ​ແມ່ນໍ້ານິນ ກໍ​ຈະ​ບົກລົງ ແລະ​ເຫືອດແຫ້ງ​ໄປ​ຈົນກ້ຽງ. ອັດຊີເຣຍ​ຜູ້​ທີ່​ຈອງຫອງ​ຈະ​ອ່ອນນ້ອມ​ຖ່ອມຕົວ ແລະ​ປະເທດ​ເອຢິບ​ຜູ້​ທີ່​ມີ​ກຳລັງ​ກໍ​ຈະ​ສູນເສຍ​ອຳນາດ.

12 ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan