Biblia Todo Logo
Bìoball air-loidhne

- Sanasan -

ຕີໂຕ 3 - ພຣະຄຳພີສັກສິ


ໃຫ້​ມີ​ໃຈ​ພ້ອມ​ສຳລັບ​ການ​ດີ​ທຸກຢ່າງ

1 ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.

2 ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.

3 ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.

4 ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ,

5 ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.

6 ພຣະເຈົ້າ​ໄດ້​ຖອກ​ເທ​ພຣະວິນຍານ​ບໍຣິສຸດເຈົ້າ​ໃສ່​ພວກເຮົາ​ຢ່າງ​ລົ້ນເຫລືອ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ,

7 ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.

8 ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.

9 ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.

10 ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.

11 ເພາະ​ຮູ້​ແລ້ວ​ວ່າ ຄົນ​ຢ່າງ​ນັ້ນ ເປັນ​ຄົນ​ພິກປີ້ນ ຫລົງ​ໄປ​ເຮັດ​ຜິດບາບ ຈຶ່ງ​ປັບໂທດ​ໃສ່​ຕົນເອງ.


ຄຳແນະນຳ​ສຸດທ້າຍ

12 ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.

13 ຈົ່ງ​ພະຍາຍາມ​ຊ່ວຍ​ເຊນັດ ຜູ້​ເປັນ​ທະນາຍຄວາມ ແລະ ອາໂປໂລ​ໃຫ້​ເລີ່ມ​ອອກ​ເດີນທາງ​ໄປ​ໃຫ້​ໄດ້ ຢ່າ​ໃຫ້​ພວກເພິ່ນ​ຂັດສົນ​ສິ່ງໃດ.

14 ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ໃຫ້​ຮຽນຮູ້​ທີ່​ຈະ​ເຮັດ​ການ​ດີ​ເໝືອນກັນ ເພື່ອ​ຈະ​ເປັນ​ປະໂຫຍດ​ເມື່ອ​ເຖິງ​ຄາວ​ຈຳເປັນ ແລະ​ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ບໍ່​ເກີດຜົນ.

15 ທຸກຄົນ​ທີ່​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ ເຈົ້າ​ຈົ່ງ​ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຮົາ ໄປ​ຍັງ​ບັນດາ​ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ໃນ​ຄວາມເຊື່ອ​ອັນ​ດຽວກັນ. ຂໍ​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan