Biblia Todo Logo
Bìoball air-loidhne

- Sanasan -

ຕີໂຕ 2 - ພຣະຄຳພີສັກສິ


ຫລັກ​ຄຳສອນ​ອັນ​ຖືກຕ້ອງ​ທ່ຽງທຳ

1 ແຕ່​ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ສອນ​ເນັ້ນ​ໃຫ້​ສອດຄ່ອງ​ກັບ​ຫລັກ​ຄຳສອນ​ອັນ​ຖືກຕ້ອງ.

2 ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.

3 ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ

4 ເພື່ອ​ແອບສອນ​ພວກ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ​ລູກ​ຂອງຕົນ

5 ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ເອົາໃຈໃສ່​ໃນ​ວຽກບ້ານ​ການເຮືອນ, ເປັນ​ຄົນ​ມີ​ໃຈ​ເມດຕາ ແລະ ເປັນ​ຄົນ​ນອບນ້ອມ​ເຊື່ອຟັງ​ຜົວ​ຂອງຕົນ ເພື່ອ​ພຣະທຳ​ຂອງ​ພຣະເຈົ້າ​ຈະ​ບໍ່​ຖືກ​ໝິ່ນປະໝາດ.

6 ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.

7 ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.

8 ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.

9 ບັນດາ​ທາດຮັບໃຊ້ ຕ້ອງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ນາຍ​ຂອງຕົນ ແລະ​ໃຫ້​ເຮັດ​ຖືກ​ໃຈ​ນາຍ​ໃນ​ທຸກສິ່ງ ແລະ​ບໍ່​ໃຫ້​ເປັນ​ຄົນ​ຖຽງຄວາມ,

10 ຢ່າ​ໃຫ້​ເປັນ​ຄົນ​ລັກ​ໂລບ​ເຊື່ອງບັງ​ສິ່ງໃດ ແຕ່​ໃຫ້​ສັດຊື່​ສຸດຈະຣິດ​ໃນ​ທຸກສິ່ງ ເພື່ອ​ວ່າ​ໃນ​ການ​ທັງປວງ​ນັ້ນ ເຂົາ​ຈະ​ໄດ້​ເທີດທູນ​ພຣະ​ກຽດ​ຄຳສອນ​ເລື່ອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ.

11 ເພາະວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ໄດ້​ຊົງ​ເປີດເຜີຍ​ແລ້ວ ເພື່ອ​ນຳ​ຄວາມ​ລອດພົ້ນ​ມາ​ໃຫ້​ຄົນ​ທັງປວງ.

12 ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,

13 ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.

14 ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.

15 ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan