Biblia Todo Logo
Bìoball air-loidhne

- Sanasan -

ຍອດເພງ 8 - ພຣະຄຳພີສັກສິ


ເຈົ້າສາວ​ກ່າວ​ຕໍ່​ເຈົ້າບ່າວ:

1 ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ອ້າຍ​ຄີງໆ​ຂອງນ້ອງ​ຄົນໜຶ່ງ​ເດ ຄື​ຜູ້​ທີ່​ແມ່​ຂອງນ້ອງ​ເອງ​ໄດ້​ໃຫ້​ດູດ​ນົມ​ຈົນ​ໃຫຍ່. ຖ້າ​ນ້ອງ​ພົບ​ອ້າຍ​ຢູ່​ຕາມ​ຖະໜົນ​ຫົນທາງ ໃຜ​ກໍ​ຈະ​ບໍ່​ວ່າ​ຫຍັງໝົດ​ເມື່ອ​ນ້ອງ​ຈູບ​ອ້າຍ.

2 ນ້ອງ​ຈະ​ພາ​ອ້າຍ​ໄປ​ເຮືອນ ທີ່​ແມ່​ຂອງນ້ອງ​ຢູ່​ອາໄສ ບ່ອນ​ທີ່​ອ້າຍ​ຈະ​ສອນ​ໃຫ້​ຮູ້​ວ່າ​ຄວາມຮັກ​ເປັນ​ຢ່າງໃດ​ແທ້. ນ້ອງ​ຈະ​ໃຫ້​ອ້າຍ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຊັ້ນດີ ແລະ​ນໍ້າ​ໝາກ​ພິລາ​ແຊບ​ດີ​ໃຫ້​ອ້າຍ​ໄດ້​ດື່ມ​ດ້ວຍ.


ເຈົ້າສາວ​ກ່າວ​ກ່ຽວກັບ​ເຈົ້າບ່າວ:

3 ມື​ກໍ້າ​ຊ້າຍ​ລາວ​ນັ້ນ​ແຕະຕ້ອງ​ທີ່​ລຸ່ມ​ຫົວ ແລະ​ມື​ກໍ້າ​ຂວາ​ລູບຄຳ​ທົ່ວ​ທັງຕົນຕົວ​ຂ້ອຍ.


ເຈົ້າສາວ​ກ່າວ​ຕໍ່​ພວກ​ຍິງສາວ:

4 ລູກສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສາບານ​ກັບ​ຂ້ອຍ​ເຖີດ ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ​ຄວາມຮັກ​ຂອງ​ພວກຂ້ອຍ.


ບົດເພງ​ທີ​ຫົກ ພີ່ນ້ອງ​ເຈົ້າສາວ:

5 ຜູ້​ທີ່​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຄື​ຜູ້ໃດ​ເດ​ນໍ ທີ່​ແນບ​ຢູ່​ໃນ​ອ້ອມແຂນ​ຄົນຮັກ​ຂອງ​ນາງ​ນັ້ນ? ນ້ອງ​ປຸກ​ອ້າຍ​ໃຫ້​ລຸກ​ຢູ່​ໃຕ້​ຕົ້ນໝາກຈອງ ບ່ອນ​ທີ່​ແມ່​ອ້າຍເອງ​ໃຫ້​ກຳເນີດ​ອ້າຍ.


ເຈົ້າສາວ​ກ່າວ​ຕໍ່​ເຈົ້າບ່າວ:

6 ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.

7 ນໍ້າ​ກໍ​ມອດ​ບໍ່ໄດ້​ໃຫ້​ມັນ​ດັບ​ລົງ​ເປັນ ນໍ້າ​ໄຫລ​ຖ້ວມ​ທົ່ວ​ໄປ​ກໍ​ຈົມ​ມັນ​ລົງ​ບໍ່ໄດ້. ຖ້າ​ຄວາມຮັກ​ຫາ​ຊື້​ໄດ້​ດ້ວຍ​ຄວາມຮັ່ງມີ ສິ່ງ​ທີ່​ລາວ​ໄດ້​ມາ​ກໍ​ຈະ​ຖືກ​ດູໝິ່ນ​ປະໝາດ.


ພວກອ້າຍ​ຂອງ​ເຈົ້າສາວ:

8 ພວກຂ້ອຍ​ຍັງ​ມີ​ນ້ອງສາວ​ຢູ່​ອີກ​ຄົນ​ໜຶ່ງ ຊຶ່ງ​ໜ້າອົກ​ນາງ​ນັ້ນ​ກໍ​ຍັງ​ບໍ່​ທັນ​ເຕັມ. ພວກຂ້ອຍ​ຈະ​ເຮັດ​ກັບ​ນາງ​ຢ່າງໃດ​ນໍ ຖ້າ​ຊາຍໜຸ່ມ​ມາ​ຂໍ​ໂອ້ລົມ​ກັບ​ນ້ອງ.

9 ຖ້າ​ນ້ອງ​ນາງ​ຫາກ​ເປັນ​ດັ່ງ​ກຳແພງ ພວກຂ້ອຍ​ຈະ​ເອົາ​ແທ່ງ​ເງິນ​ສ້າງ​ຫໍຄອຍ​ຕັນ​ໄວ້. ຖ້າ​ນ້ອງ​ນາງ​ຫາກ​ເປັນ​ປະຕູ​ກຳແພງ ພວກຂ້ອຍ​ຈະ​ເອົາ​ໄມ້​ສົນສີດາ​ໃສ່​ໄລ​ປ້ອງກັນ​ໄວ້.


ເຈົ້າສາວ:

10 ນ້ອງເອງ​ນີ້ແຫລະ ທີ່​ເປັນ​ກຳແພງ​ເມືອງ ນົມ​ນ້ອງເອງ​ກໍ​ເປັນ​ຫໍຄອຍ​ສູງ​ຂອງ​ເມືອງ​ນັ້ນ. ຄົນຮັກ​ຂອງນ້ອງ​ຮູ້ວ່າ​ເມື່ອ​ນ້ອງ​ຢູ່​ກັບ​ລາວ ນ້ອງ​ມີ​ຄວາມ​ພໍໃຈ ແລະ​ມີ​ສັນຕິສຸກ​ທັງນັ້ນ.


ເຈົ້າສາວ​ກ່າວ​ຕໍ່​ເຈົ້າບ່າວ:

11 ກະສັດ​ໂຊໂລໂມນ​ມີ​ສວນອະງຸ່ນ​ແຫ່ງ​ໜຶ່ງ ໃນ​ສະຖານ​ທີ່​ເອີ້ນ​ວ່າ ບາອານຮາໂມນ. ເພິ່ນ​ໄດ້​ເອົາ​ບ່ອນນີ້​ໃຫ້​ຄົນ​ເຊົ່າ​ເຮັດ​ສວນ ແຕ່ລະຄົນ​ກໍໄດ້​ນຳ​ເງິນ​ພັນ​ຫລຽນ​ມາ​ຈ່າຍ​ໃຫ້.

12 ສ່ວນ​ເຈົ້າໂຊໂລໂມນ​ນັ້ນ​ກໍ​ຍິນດີ​ຮັບ​ເອົາ ເງິນ​ພັນ​ຫລຽນ​ທີ່​ເປັນ​ຄ່າເຊົ່າ​ສວນ​ນັ້ນ ຄົນ​ເຮັດສວນ​ກໍໄດ້​ສ່ວນແບ່ງ ສອງຮ້ອຍ​ຫລຽນ​ເງິນ ແຕ່​ສຳລັບ​ຂ້ອຍເອງ ຂ້ອຍ​ມີ​ສວນອະງຸ່ນ​ຂອງຂ້ອຍ.


ເຈົ້າບ່າວ​ກ່າວ​ຕໍ່​ເຈົ້າສາວ:

13 ທີ່ຮັກ​ຂອງອ້າຍ​ເອີຍ ຂໍ​ໃຫ້​ອ້າຍ​ໄດ້ຍິນ ສຽງ​ຂອງນ້ອງ​ເວົ້າ​ຈາກ​ສວນ​ແດ່ ໝູ່ເພື່ອນ​ຂອງອ້າຍ​ນັ້ນ ກຳລັງ​ລໍ​ຟັງ​ນ້ອງ​ເວົ້າຈາ.


ເຈົ້າສາວ​ກ່າວ​ຕໍ່​ເຈົ້າບ່າວ:

14 ທີ່ຮັກ​ຂອງນ້ອງ​ເອີຍ ຈົ່ງ​ມາ​ຫາ​ນ້ອງ​ເຖີດ ມາ​ດັ່ງ​ເຍືອງ​ເຖິກ ແລະ​ດັ່ງ​ກວາງໜຸ່ມ​ຢູ່​ເທິງ​ພູເຂົາ ບ່ອນ​ທີ່​ມີ​ຕົ້ນ​ກະຖິນເທດ​ເກີດຂຶ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan