Biblia Todo Logo
Bìoball air-loidhne

- Sanasan -

ຍອດເພງ 6 - ພຣະຄຳພີສັກສິ


ພວກ​ຍິງສາວ​ກ່າວ​ຕໍ່​ເຈົ້າສາວ:

1 ເຈົ້າ​ຜູ້​ງາມ​ຍິ່ງ​ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ຂອງເຈົ້າ​ຫາຍ​ໜີໄປ​ໃສ​ກັນ​ແທ້? ຈົ່ງ​ບອກ​ໃຫ້​ພວກຂ້ອຍ​ຮູ້ວ່າ​ຄົນຮັກ​ຂອງເຈົ້າ​ໄປ​ໃສ ເພື່ອ​ວ່າ​ພວກຂ້ອຍ​ຈະ​ຊ່ວຍ​ຊອກຫາ​ລາວ​ໃຫ້​ເຈົ້າ.


ເຈົ້າສາວ​ກ່າວ​ຕໍ່​ພວກ​ຍິງສາວ:

2 ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ເຈົ້າສາວ​ກ່າວ​ກ່ຽວກັບ​ເຈົ້າບ່າວ:

3 ຄົນຮັກ​ນັ້ນ​ເປັນ​ຂອງຂ້ອຍ ຂ້ອຍ​ກໍ​ເປັນ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງຕົນ​ຢູ່​ທ່າມກາງ​ດອກ​ຊ້ອນ.


ບົດເພງ​ທີ​ຫ້າ ເຈົ້າບ່າວ​ກ່າວ​ຕໍ່​ເຈົ້າສາວ:

4 ທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ງາມ​ເທົ່າກັບ​ຕີຣະຊາ ເມືອງ​ແຫ່ງ​ຄວາມ​ງາມ​ຍິ່ງ. ທັງ​ໜ້າຮັກແພງ​ດ້ວຍ ດັ່ງ​ນະຄອນ​ເຢຣູຊາເລັມ ແລະ​ໜ້າຫລົງໄຫລ​ດັ່ງ​ເມືອງ​ຍິ່ງໃຫຍ່​ເຫຼົ່ານີ້.

5 ຈົ່ງ​ຫັນໜ້າ​ນ້ອງ​ໜີ​ຈາກ​ອ້າຍ​ສາ​ເທາະ ເພາະ​ສາຍຕາ​ນ້ອງ​ກວນ​ໃຈ​ອ້າຍ​ໃຫ້​ໝອງໝົ່ນ. ຜົມ​ນ້ອງ​ປິວ​ສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ.

6 ແຂ້ວ​ນ້ອງ​ຂາວແຈ້ງ​ຊວນ​ອ້າຍ​ໃຫ້​ຄິດເຖິງ​ຝູງແກະ ທີ່​ຫາ​ກໍ​ຖືກ​ຕັດ​ຂົນ​ແລະ​ອາບນໍ້າ​ໃຫ້​ສະອາດ. ບໍ່ມີ​ຕົວ​ໃດ​ຂາດ​ຈາກ​ຄອກ​ສັດ​ຫາຍໄປ ເພາະ​ທຸກ​ຕົວ​ມີ​ຄູ່ຄອງ​ຢ່າງ​ເໝາະສົມ​ທັງສິ້ນ.

7 ພວງແກ້ມ​ນ້ອງ​ທີ່​ຊ້ອນ​ຢູ່​ທາງຫລັງ​ຜ້າປົກ ກໍ​ເບັ່ງບານ​ແດງ​ຜ່ອງໃສ​ເຕັມ​ໃບໜ້າ.

8 ກະສັດ​ອາດ​ມີ​ເມຍ​ຫົກສິບ​ຄົນ​ກໍໄດ້ ແລະ​ມີ​ເມຍນ້ອຍ​ອີກ​ແປດສິບ​ຄົນ ທັງ​ມີ​ຍິງສາວ​ສະໜົມ​ເຊີຍຊົມ​ໃນ​ວັງ ທີ່​ບໍ່​ອາດ​ນັບ​ຈຳນວນ​ໄດ້.

9 ສ່ວນ​ອ້າຍ​ຮັກ​ນ້ອງ​ພຽງແຕ່​ຜູ້ດຽວ ນາງ​ເປັນ​ດັ່ງ​ນົກເຂົາ​ງາມ​ເປັນ​ຕາຮັກ. ນາງ​ເປັນ​ລູກສາວ​ໂທນ​ຂອງ​ແມ່​ແຕ່ພຽງ​ຄົນດຽວ ເປັນ​ລູກ​ທີ່​ແມ່​ເພິ່ງ​ພໍໃຈ​ນຳ​ຫລາຍ​ດ້ວຍ. ເມື່ອ​ຜູ້ຍິງ​ທຸກຄົນ​ຫລຽວເບິ່ງ​ຕ່າງ​ກໍ​ຊົມເຊີຍ ເມຍໃຫຍ່​ເມຍນ້ອຍ​ຂອງ​ກະສັດ​ກໍ​ຊົມເຊີຍ​ນາງ​ດ້ວຍ.

10 ຍິງສາວ​ຄົນນີ້​ເປັນ​ຜູ້ໃດ​ກັນ​ນໍ? ເປັນ​ຄົນ​ເບີກບານ​ໃຈ​ດັ່ງ​ຮຸ່ງ​ອາລຸນ​ຕອນເຊົ້າ; ນາງ​ຊ່າງ​ງາມແທ້​ແລະ​ບໍຣິສຸດ​ຜຸດຜ່ອງ ດັ່ງ​ຕາເວັນ​ແລະ​ດວງເດືອນ​ສ່ອງແຈ້ງ​ເຫລື້ອມໃສ.


ເຈົ້າບ່າວ​ກ່າວ​ຕໍ່​ເຈົ້າສາວ:

11 ອ້າຍ​ໄດ້​ລົງ​ມາ​ທີ່​ສວນ​ໝາກ​ອາລະມັນ ເພື່ອ​ເບິ່ງ​ພືດພັນ​ທີ່​ຫາ​ກໍ​ປົ່ງ​ຂຶ້ນ​ໃນ​ຮ່ອມພູ​ນັ້ນ ເພື່ອ​ມາ​ເບິ່ງ​ໃບ​ອ່ອນ​ຂອງ​ເຄືອ​ອະງຸ່ນ ແລະ​ເບິ່ງ​ຕົ້ນ​ໝາກ​ພິລາ​ທີ່​ມີ​ດອກບານ.

12 ອ້າຍ​ກຳລັງ​ສັ່ນ​ເພາະ​ນ້ອງ​ເຮັດ​ໃຫ້​ຫລົງ​ຮັກ​ສະເໜ່ຫາ ດັ່ງ​ເຈົ້າຊາຍ​ຕັ້ງໜ້າ​ຕັ້ງ​ຕາ​ຂັບ​ລົດມ້າ​ສູ່​ສະໜາມຮົບ.


ພວກເພື່ອນ​ກ່າວ​ຕໍ່​ເຈົ້າສາວ:

13 ຟ້ອນລຳ​ເຖີດ ຟ້ອນລຳ​ສາ ສາວ​ຊາວ​ຊູລຳ​ເອີຍ ຈົ່ງ​ໃຫ້​ພວກຂ້ອຍ​ແຍງ​ເບິ່ງ​ເຈົ້າ​ຟ້ອນລຳ​ແດ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ເບິ່ງ​ຂ້ອຍ​ນໍ? ຂ້ອຍ​ຟ້ອນ​ຢູ່​ທ່າມກາງ​ຄົນ​ທີ່​ກຳລັງ​ເບິ່ງ​ຢູ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan