ຍອດເພງ 5 - ພຣະຄຳພີສັກສິເຈົ້າບ່າວກ່າວຕໍ່ເຈົ້າສາວ: 1 ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ອ້າຍໄດ້ເຂົ້າມາຢູ່ໃນສວນຂອງອ້າຍແລ້ວ. ອ້າຍໄດ້ເກັບເອົາບາງສິ່ງທີ່ຢູ່ໃນສວນ ຄືເຄື່ອງເທດ, ເຄື່ອງຫອມ ແລະຢາງໄມ້ຫອມດ້ວຍ; ອ້າຍກຳລັງດື່ມນໍ້າເຜິ້ງໃນເຮືອນຮັງຂອງມັນຢູ່ ອ້າຍກຳລັງດື່ມເຫຼົ້າ ແລະນໍ້ານົມຂອງອ້າຍໃດ. ຈົ່ງກິນແລະດື່ມສາເຖີດ ຍອດສຸດທີ່ຮັກຂອງຂ້ອຍ ຈົນພວກເຈົ້າເມົາຮັກໃຫ້ຄັກໃຈພວກເຈົ້າສາເຖີດ. ກາບກອນກ່າວຕໍ່ຄູ່ບ່າວສາວ: ບົດເພງທີສີ່ ເຈົ້າສາວກ່າວກ່ຽວກັບເຈົ້າບ່າວ: 2 ຈິດໃຈນ້ອງຮູ້ເມື່ອຂຶ້ນໃນຂະນະທີ່ນອນຫລັບໄປ ນ້ອງຝັນວ່າຄົນຮັກຢືນເຄາະຢູ່ທີ່ປະຕູຫ້ອງ. ທີ່ຮັກຂອງອ້າຍ ຂໍໃຫ້ເຂົ້າໄປຂ້າງໃນຫ້ອງນ້ອງສາ ນ້ອງສາວຂອງອ້າຍ, ຄູ່ຮັກຂອງອ້າຍເອີຍ ນົກເຂົາຂອງອ້າຍ, ຍິງດີທີ່ສຸດຂອງອ້າຍເອີຍ. ສ່ວນນໍ້າຄ້າງນັ້ນກໍເຕັມຢູ່ເທິງຫົວ ຜົມຂອງອ້າຍກໍຊຸ່ມໄປດ້ວຍນໍ້າໝອກໃນກາງຄືນ. ເຈົ້າບ່າວກ່າວຕໍ່ເຈົ້າສາວ: ເຈົ້າສາວກ່າວຕໍ່ຕົນເອງ: 3 ນ້ອງແກ້ເສື້ອຜ້າຂອງນ້ອງອອກແລ້ວເດ ເຫດໃດນ້ອງຈຶ່ງຕ້ອງນຸ່ງເສື້ອນ້ອງຄືນອີກ? ນ້ອງຫາກໍລ້າງຕີນໃຫ້ສະອາດຕຽມເຂົ້ານອນ ເຫດໃດນ້ອງຈຶ່ງຕ້ອງເຮັດໃຫ້ຕີນນ້ອງເປື້ອນອີກ? 4 ຄົນຮັກຂອງຂ້ອຍເອົາມືຈັບທີ່ໄລກອນປະຕູ ຫົວໃຈຂອງຂ້ອຍເຕັ້ນແຮງເມື່ອລາວຢູ່ໃກ້. 5 ຂ້ອຍພ້ອມແລ້ວທີ່ຈະໃຫ້ລາວເຂົ້າມາຂ້າງໃນ ມືຂ້ອຍເຕັມດ້ວຍນໍ້າຫອມຂອງຢາງໄມ້ ນີ້ວມືຂ້ອຍກໍຖືກໂອບດ້ວຍນໍ້າມັນຫອມ ຂະນະທີ່ຂ້ອຍຈັບໄລກອນປະຕູຢູ່ນັ້ນ. 6 ຂ້ອຍໄຂປະຕູໃຫ້ຄົນຮັກເພື່ອໃຫ້ລາວເຂົ້າມາ ແຕ່ລາວຊໍ້າພັດໜີຈາກໄປສາແລ້ວ. ຂ້ອຍຢາກໄດ້ຍິນສຽງເວົ້າຂອງລາວຫລາຍທີ່ສຸດ ແຕ່ຂ້ອຍບໍ່ເຫັນລາວຢືນຢູ່ຈຸດໃດໆໃນທີ່ນັ້ນ. ຂ້ອຍຊອກຫາລາວ ແຕ່ກໍບໍ່ພົບລາວເລີຍ ຂ້ອຍສົ່ງສຽງຮ້ອງຫາ ແຕ່ບໍ່ມີສຽງຂານຕອບ. 7 ຄົນຍາມທີ່ຍ່າງເລາະລຽບໄດ້ພົບຂ້ອຍໃນເມືອງ ພວກເຂົາໄດ້ຕົບຕີຂ້ອຍ ຈົນດຳຂຽວເພາະບວມຊໍ້າ; ນອກນີ້ ກໍຍັງມີຄົນທີ່ເລາະຢູ່ຕາມກຳແພງເມືອງ ຍາດກັນດຶງເອົາເສື້ອຄຸມຂອງຂ້ອຍຈົນຂາດ. ເຈົ້າສາວກ່າວຕໍ່ພວກຍິງສາວ: 8 ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ຖ້າພົບຄົນຮັກທີ່ຂ້ອຍເວົ້າເຖິງ ກໍຂໍໃຫ້ບອກລາວດ້ວຍ. ຈົ່ງບອກໃຫ້ລາວຮູ້ວ່າຂ້ອຍອິດອ່ອນຈິດໃຈ ຍ້ອນຂ້ອຍຫລົງໄຫລຢູ່ໃນຄວາມຮັກລາວນັ້ນ. ພວກຍິງສາວກ່າວຕໍ່ເຈົ້າສາວ: 9 ເຈົ້າຜູ້ງາມຍິ່ງ ທ່າມກາງຍິງທັງຫລາຍເອີຍ ຄົນຮັກເຈົ້າແຕກຕ່າງຫຍັງກັບຊາຍຄົນອື່ນ? ມີຫຍັງແດ່ໃນລາວນັ້ນ ທີ່ວິເສດວິໂສໜັກໜາ ທີ່ພວກຂ້ອຍຕ້ອງໃຫ້ຄຳສັນຍາຕາມທີ່ເຈົ້າຂໍນັ້ນ? ເຈົ້າສາວກ່າວຕໍ່ພວກຍິງສາວ: 10 ຄົນຮັກຂອງຂ້ອຍງາມສະຫງ່າທັງແຂງແຮງດີ ເປັນຄົນດຽວທີ່ມີ ຜູ້ຮູ້ຈັກກັນດີໃນໝື່ນຄົນນັ້ນ. 11 ໜ້າລາວກ້ຽງຜຸດຜ່ອງດັ່ງທອງສຳຣິດໃດ ຜົມລາວເປັນຄື້ນກໍ່າດຳດັ່ງກາໂຕໜຶ່ງ 12 ແວວຕາງາມດັ່ງຕານົກເຂົາທີ່ແຄມຫ້ວຍໄຫລ ຄືນົກເຂົາທີ່ອາບນໍ້ານົມຢືນຢູ່ທີ່ແຄມສາຍນໍ້າ. 13 ແກ້ມລາວເປັນຕາຮັກງາມດັ່ງສວນຜັກ ທີ່ເຕັມແຕ່ເຄື່ອງເທດ ຂອງຫອມນາໆຊະນິດດ້ວຍ. ສ່ວນຮິມສົບລາວນັ້ນ ເປັນດັ່ງດອກລີລາເບັ່ງບານ ທີ່ປຽກຊຸ່ມດ້ວຍນໍ້າຫອມ ຢາງໄມ້ຫອມຊັ້ນດີເລີດ. 14 ສ່ວນມືລາວນັ້ນກໍໄດ້ຊັດສ່ວນດີ ໃສ່ແຫວນທີ່ປະດັບດ້ວຍແກ້ວຫີນສີຄຳເຫລື້ອມ. ໂຕລາວກ້ຽງ ຄີງກົມດັ່ງງາຊ້າງເຜືອກ ທີ່ປະດັບປະດາດ້ວຍຫີນແກ້ວນິນສີຄາມ. 15 ສ່ວນຂາລາວນັ້ນເປັນດັ່ງເສົາຫີນປູນ ທີ່ຕັ້ງຢູ່ເທິງພື້ນເປັນຄຳທັງສິ້ນ; ລາວສະຫງ່າງາມແທ້ດັ່ງພູເລບານອນ ທີ່ມີຕົ້ນແປກງາມຢຽດຢູ່ຢ່າງສູງສົ່ງ. 16 ປາກລາວຫວານຊື່ນ ເປັນໜ້າຈູບອີ່ຫລີ ທຸກສິ່ງໃນຕົວລາວ ເຮັດໃຫ້ຂ້ອຍໄຝ່ຝັນຫາເລື້ອຍ. ຄົນຮັກຂອງຂ້ອຍ ກໍເປັນດັ່ງນີ້ແຫລະ ເປັນທັງເພື່ອນແທ້ ແລະທີ່ຮັກຂອງຂ້ອຍຄືກັນ. |
@ 2012 United Bible Societies. All Rights Reserved.