ຍອດເພງ 4 - ພຣະຄຳພີສັກສິເຈົ້າບ່າວກ່າວຕໍ່ເຈົ້າສາວ: 1 ທີ່ຮັກຂອງອ້າຍເອີຍ ນ້ອງນາງຊ່າງງາມຫລາຍ ຕານ້ອງໜ້າຮັກແລະຜ່ອງໃສ ໃນຜ້າຄຸມທີ່ປົກໜ້າ. ຜົມນ້ອງປີວສະບັດ ດັ່ງຝູງແບ້ທີ່ກະໂດດໄປມາ ເຕັ້ນກະໂດດຢູ່ຕາມຮ່ອມພູກີເລອາດ 2 ແຂ້ວນ້ອງຂາວແຈ້ງໃຫ້ອ້າຍຄິດເຖິງຝູງແກະ ທີ່ຫາກໍຖືກຕັດຂົນແລະອາບນໍ້າໃຫ້ສະອາດ. ບໍ່ມີໂຕໃດຂາດຈາກຄອກສັດຫາຍໄປ ເພາະທຸກໂຕມີຄູ່ຄອງຢ່າງເໝາະສົມທັງນັ້ນ. 3 ຮີມສົບນ້ອງກໍເປັນດັ່ງໂບສີແດງເຂັ້ມ ຊຶ່ງໜ້າຮັກທີ່ສຸດເມື່ອເວລານ້ອງເວົ້າ. ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ ເໝືອນໝາກພິລາເຄິ່ງໜ່ວຍ. 4 ສ່ວນຄໍນ້ອງນັ້ນ ກໍເປັນດັ່ງຫໍຄອຍດາວິດໃດ ທັງກົມທັງກ້ຽງໃສ ມີສ້ອຍຮູບໂລ້ຄຳພັນອັນຄ້ອງໄວ້. 5 ນົມທັງສອງຂອງນ້ອງ ເປັນດັ່ງແບ້ນ້ອຍສອງໂຕ ດັ່ງເຍືອງແຝດຄູ່ໜຶ່ງ ຊຶ່ງກິນຫຍ້າຢູ່ທົ່ງດອກຊ້ອນ. 6 ອ້າຍຈະມາຢູ່ທີ່ເນີນພູຢາງໄມ້ຫອມ ແລະຢູ່ເທິງພູບ່ອນທີ່ມີເຄື່ອງຫອມຫວນຫໍ່ ຈົນເຖິງຍາມເຊົ້າຕູ່ເມື່ອມີລົມພັດວິວມາ ຈົນຄວາມມືດຄຶ້ມຂ້ອນຫາຍຈືດຈາງໄປສິ້ນ. 7 ສຸດທີ່ຮັກຂອງອ້າຍ ນ້ອງນາງຊ່າງງາມຫລາຍແທ້ ງາມຄົບຖ້ວນທຸກປະການຈົນຫາທີ່ຕິບໍ່ໄດ້. 8 ເຈົ້າສາວຂອງອ້າຍເອີຍ ຈາກພູເລບານອນໄປກັບອ້າຍ ໜີຈາກພູເລບານອນແລະໄປກັບອ້າຍສາເຖີດ ຈົ່ງລົງມາຈາກຈອມພູອາມານາ ຈາກພູເສນີແລະພູເຮີໂມນດ້ວຍ ຈົ່ງໜີຈາກໝົ້ງບ່ອນຢູ່ຂອງສິງໂຕ ຈົ່ງໜີຈາກໝົ້ງນອນບ່ອນເສືອດາວຢູ່. 9 ແວວຕານ້ອງ ຢຶດຄອງຫົວໃຈອ້າຍໄວ້ແລ້ວ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ສ້ອຍຄ້ອງຄໍນ້ອງ ມັດອ້າຍໃຫ້ຕົກເປັນຊະເລີຍ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ 10 ຄວາມຮັກຂອງນ້ອງ ເຮັດໃຫ້ອ້າຍຊື່ນໃຈ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ຄວາມຮັກຂອງນ້ອງ ກໍດີກວ່າເຫຼົ້າອະງຸ່ນ ກິ່ນໂຕນ້ອງ ຫອມຫວນກວ່ານໍ້າຫອມໃດໆທັງສິ້ນ. 11 ສຸດທີ່ຮັກເອີຍ ເມື່ອຈູບນ້ອງ ກໍມີຣົດນໍ້າເຜິ້ງທີ່ຮີມສົບ ລີ້ນນ້ອງເປັນນໍ້ານົມແລະນໍ້າເຜິ້ງສຳລັບອ້າຍ. ເຄື່ອງນຸ່ງທຸກໆໂຕທີ່ນ້ອງນາງນຸ່ງຖື ກໍຄືກິ່ນຫອມຢາງໄມ້ຈາກເລບານອນທັງສິ້ນ. ເຈົ້າບ່າວກ່າວຕໍ່ເຈົ້າສາວ: 12 ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ນ້ອງເປັນສວນສ່ວນຕົວຄົນດຽວຂອງອ້າຍ ຄືສວນແຫ່ງໜຶ່ງທີ່ມີກຳແພງອ້ອມໄວ້ຢ່າງດີ ເປັນບໍ່ນໍ້າພຸແຫ່ງໜຶ່ງທີ່ຖືກຈັບຈ່ອງໄວ້ແລ້ວ. 13 ໃນທີ່ນັ້ນ ຕົ້ນໄມ້ກິນໝາກຕ່າງກໍໃຫຍ່ຂຶ້ນຫລາຍ ໃຫຍ່ຂຶ້ນມາດັ່ງສວນຕົ້ນໝາກພິລາທັງນັ້ນ ມີໝາກໄມ້ຣົດຊາດດີເລີດທຸກໆຊະນິດ ມີທັງຕົ້ນທຽນຊຳແລະຕົ້ນຫອມແຝກ. 14 ມີຕົ້ນຂີ້ໝີ້ນ, ຕົ້ນໄມ້ອໍ້ຫອມແລະຕົ້ນໃບເຕີຍ ຕົ້ນໄມ້ຫອມນາໆຊະນິດຫລາຍແນວຫລາຍຢ່າງ. ຕົ້ນຢາງໄມ້ຫອມແດ່ ແລະຕົ້ນຫອມອາໂລ ຕົ້ນໄມ້ທີ່ໃຊ້ເຮັດນໍ້າຫອມກໍເກີດຢູ່ທີ່ນັ້ນ. 15 ມີນໍ້າພຸຫລາຍບໍ່ທີ່ຫລໍ່ລ້ຽງສວນ ມີລຳທານຫລາຍສາຍທີ່ໄຫລມາຊຸບລ້ຽງ ມີນໍ້າຫ້ວຍຫລາຍແຫ່ງທີ່ໄຫລຫລັ່ງມາ ຈາກພູເລບານອນສູ່ຫລາຍທາງຫລາຍທີ່. ເຈົ້າສາວກ່າວຕໍ່ຕົນເອງ: 16 ຈົ່ງຕື່ນຂຶ້ນເຖີດ ລົມໃຕ້ລົມເໜືອເອີຍ ຈົ່ງພັດເອົາກິ່ນຫອມມາທີ່ສວນຂອງຂ້ອຍ; ຈົ່ງພັດກິ່ນຫອມນັ້ນໃຫ້ເຕັມທົ່ວເທິງເວຫາ ໃຫ້ຄົນຮັກຂອງຂ້ອຍມາທີ່ສວນ ກິນໝາກໄມ້ທີ່ດີເລີດ. |
@ 2012 United Bible Societies. All Rights Reserved.