Biblia Todo Logo
Bìoball air-loidhne

- Sanasan -

ຍອດເພງ 3 - ພຣະຄຳພີສັກສິ


ເຈົ້າສາວ​ກ່າວ​ກ່ຽວກັບ​ເຈົ້າບ່າວ:

1 ຢູ່​ເທິງ​ທີ່​ນອນ​ຂອງຂ້ອຍ​ໃນ​ຍາມ​ຄໍ່າຄືນ ຂ້ອຍ​ມີ​ແຕ່​ຝັນ​ຫາ​ຄົນຮັກ​ຂອງຂ້ອຍ; ຂ້ອຍ​ຊອກ​ຄົ້ນ​ຫາ​ຄົນ​ທີ່​ຂ້ອຍ​ຮັກ ແຕ່​ຂ້ອຍ​ກໍ​ຊອກຫາ​ລາວ​ບໍ່​ພົບ​ເລີຍ

2 ຂ້ອຍ​ໄດ້​ໄປ​ທ່ຽວ​ຊອກຫາ​ລາວ​ຢູ່​ໃນ​ເມືອງ ຕາມ​ຫົນທາງ ແລະ​ຕາມ​ຮ່ອມ​ຕາມແຈ​ດ້ວຍ. ຂ້ອຍ​ຊອກ​ຄົ້ນຫາ​ຜູ້ໜຶ່ງ​ທີ່​ຂ້ອຍ​ຮັກ​ຫລາຍ ຂ້ອຍ​ຊອກ​ແນມຫາ​ແຕ່​ກໍ​ບໍ່​ພົບ​ລາວ​ຊໍ້າ.

3 ຄົນ​ຍາມ​ທີ່​ເລາະລຽບ​ໄດ້​ເຫັນ​ຂ້ອຍ​ໃນ​ເມືອງ ຂ້ອຍ​ຖາມ​ພວກ​ເຂົາເຈົ້າ​ວ່າ, “ເຫັນ​ຄົນຮັກ​ຂອງຂ້ອຍ​ບໍ?”

4 ພໍ​ຂ້ອຍ​ຈາກ​ພວກເຂົາ​ໄປ​ແລ້ວ ຂ້ອຍ​ກໍໄດ້​ພົບ​ລາວ ຂ້ອຍ​ດຶງ​ເອົາ​ລາວ ແລະ​ບໍ່​ຍອມ​ໃຫ້​ລາວ​ໜີ​ຫ່າງ ຈົນກວ່າ​ຂ້ອຍ​ໄດ້​ຄຽງຂ້າງ​ພາ​ລາວ​ໄປ​ເຮືອນ​ມານດາ ແລະ​ພາເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ທີ່​ຂ້ອຍ​ເກີດ​ມາ​ນັ້ນ.


ເຈົ້າສາວ​ກ່າວ​ຕໍ່​ພວກ​ຍິງສາວ:

5 ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ໃນ​ນາມ​ກວາງ ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.


ບົດເພງ​ທີ​ສາມ ນັກ​ກາບກອນ:

6 ແມ່ນ​ຫຍັງ​ນໍ ກຳລັງ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ ດຸດດັ່ງ​ຄວັນ​ທີ່​ເປັນ​ເສົາ​ພຸ່ງ​ຂຶ້ນ ແມ່ນ​ກິ່ນ​ຊວນຊື່ນ​ເຄື່ອງຫອມ​ແລະ​ກຳຍານ​ບໍ? ຊຶ່ງ​ພໍ່ຄ້າ​ທັງຫລາຍ​ໄດ້​ນຳ​ມາ​ຂາຍ​ນັ້ນ.

7 ເບິ່ງ​ພຸ້ນ​ດູ ແມ່ນ​ຂະບວນ​ແຫ່​ໂຊໂລໂມນ ມີ​ນັກຮົບ​ຜູ້​ກ້າຫານ​ຫົກສິບ​ຄົນ ໃນ​ອິດສະຣາເອນ​ພ້ອມ.

8 ທຸກຄົນ​ສາມາດ​ໃຊ້​ດາບ​ຢ່າງ​ຊຳນິ​ຊຳນານ ເປັນ​ນັກຮົບ​ຜ່ານ​ເສິກ​ມາ​ຢ່າງ​ຊຸກຊົນ​ທັງນັ້ນ. ແຕ່ລະຄົນ​ໃນ​ພວກ​ເຂົາເຈົ້າ​ຕ່າງ​ກໍ​ຖື​ດາບ​ໃນ​ມື ຕຽມພ້ອມ​ປະເຊີນ​ການ​ໂຈມຕີ​ໃນ​ກາງຄືນ​ໄດ້.

9 ກະສັດ​ໂຊໂລໂມນ​ນັ່ງ​ເທິງ​ບັນລັງ​ທີ່​ມີ​ຄົນ​ແບກຫາມ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ໄມ້​ດີທີ່ສຸດ​ທັງນັ້ນ.

10 ຄານຫາມ​ຂອງ​ບັນລັງ​ນີ້​ແມ່ນ​ໂອບ​ດ້ວຍ​ເງິນ ຊຶ່ງ​ໃຊ້​ດ້າຍ​ປົນ​ຄຳ​ຫຍິບແສ່ວ​ຢ່າງດີ​ທີ່ສຸດ​ດ້ວຍ. ບ່ອນນັ່ງ​ທີ່​ເພິ່ນ​ນັ່ງ​ແມ່ນ​ໃຊ້​ຜ້າ​ສີມ່ວງ​ຫຸ້ມ​ປົກ ເປັນ​ຜ້າ​ທີ່​ງົດງາມ​ຕໍ່າ​ໂດຍ​ສາວ​ແຫ່ງ​ນະຄອນ​ທັງສິ້ນ.

11 ສາວ​ພູ​ຊີໂອນ​ເອີຍ ມາ​ເບິ່ງ​ກະສັດ​ໂຊໂລໂມນ​ເຖີດ ເພິ່ນ​ສວມ​ມົງກຸດ​ອັນ​ງາມ​ທີ່​ແມ່​ເພິ່ນ​ສຸບ​ໃສ່​ໃຫ້ ແມ່​ສຸບ​ໃສ່​ໃຫ້​ເພິ່ນ​ໃນ​ວັນ​ທີ່​ກະສັດ​ແຕ່ງງານ ໃນ​ວັນ​ອັນ​ປິຕິ​ຍິນດີ ແລະ​ຊົມຊື່ນ​ທີ່ສຸດ​ຂອງເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan