ຍອດເພງ 2 - ພຣະຄຳພີສັກສິເຈົ້າສາວກ່າວຕໍ່ເຈົ້າບ່າວ: 1 ນ້ອງເປັນພຽງດອກໄມ້ປ່າຢູ່ໃນທົ່ງຊາໂຣນ ແລະເປັນດອກລີລາຢູ່ຕາມຮ່ອມພູພຸ້ນ. ເຈົ້າບ່າວກ່າວຕໍ່ເຈົ້າສາວ: 2 ດອກລີລານັ້ນ ຢູ່ທ່າມກາງໜາມສັນໃດ ຄົນຮັກຂອງອ້າຍ ກໍຢູ່ທ່າມກາງຍິງອື່ນສັນນັ້ນ. ເຈົ້າສາວກ່າວກ່ຽວກັບເຈົ້າບ່າວ: 3 ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ. 4 ລາວພາຂ້ອຍໄປໃນຫ້ອງຫໍໂຮງ ທີ່ມີງານກິນລ້ຽງໃຫຍ່ ຊຶ່ງມີປ້າຍຂຽນໄວ້ວ່າ ແດ່ທີ່ຮັກຂອງຮຽມ 5 ຂໍໃຫ້ຂ້ອຍໄດ້ກິນໝາກອະງຸ່ນ ເພື່ອໃຫ້ມີແຮງຂຶ້ນ ແລະໃຫ້ຂ້ອຍໄດ້ກິນໝາກຈອງ ເພື່ອໃຫ້ໄດ້ຊື່ນໃຈຂຶ້ນ ເພາະຂ້ອຍປ່ວຍເປັນໂຣກຄວາມຮັກ. 6 ມືກໍ້າຊ້າຍຂອງລາວນັ້ນແຕະຕ້ອງທີ່ລຸ່ມຫົວ ແລະມືກໍ້າຂວາລູບຄຳທົ່ວທັງຕົນຕົວຂ້ອຍ. ເຈົ້າສາວກ່າວຕໍ່ພວກຍິງສາວ: 7 ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ. ບົດເພງທີສອງ ເຈົ້າສາວກ່າວກ່ຽວກັບເຈົ້າບ່າວ: 8 ຈົ່ງຟັງເຖີດ ນັ້ນແມ່ນສຽງຄົນຮັກຂອງຂ້ອຍໃດ ຈົ່ງເບິ່ງພຸ້ນດູ ລາວກຳລັງແລ່ນມາໃກ້ ລາວແລ່ນມາຫາຂ້ອຍ ກະໂດດຂ້າມໜ່ວຍພູມາ ແລ່ນແຂ່ງຂ້າມເນີນພູຟ້າວຟັ່ງມາຫາຂ້ອຍ. 9 ຄົນຮັກຂອງຂ້ອຍເປັນດັ່ງກວາງໜຸ່ມ ແລະເຍືອງເຖິກ ຫັ້ນເດ ລາວຢືນຜົກຢູ່ທາງດ້ານຫລັງກຳແພງພຸ້ນ ລາວແນມໄປທາງປ່ອງຢ້ຽມແລະກວດເບິ່ງທຸກທາງ ຕາມປ່ອງຢ້ຽມຜ່ານຕາໜ່າງຄອຍຜົກຈອບເບິ່ງ. ເຈົ້າສາວກ່າວຕໍ່ຕົນເອງ: 10 ແລ້ວຄົນຮັກຂອງຂ້ອຍກໍລັ່ນປາກໄຂວາຈາ ແລະສົນທະນາປາໄສກັບຂ້ອຍວ່າດັ່ງນີ້: ທີ່ຮັກຂອງອ້າຍ ຈົ່ງລຸກມາສາ ໂອ ຄົນງາມຂອງອ້າຍເອີຍ ຈົ່ງມາຫາອ້າຍເຖີດ ເຈົ້າບ່າວກ່າວຕໍ່ເຈົ້າສາວ: 11 ອັນລະດູໜາວນັ້ນ ມັນຜ່ານໄປແລ້ວເດ ຟ້າທີ່ເທຝົນລົງມາ ກໍເຊົາຕົກສາແລ້ວ. 12 ມວນມາລີຕ່າງກໍພືກີບຢູ່ຕາມທ້ອງທົ່ງນາ ແລະມວນມາລາຕ່າງກໍເບັ່ງບານຄືກັນດ້ວຍ. ລະດູນີ້ແມ່ນເວລາຮ້ອງລຳທຳເພງ ທົ່ວທ້ອງທົ່ງນາກໍໄດ້ຍິນແຕ່ສຽງນົກເຂົາຂັນຮ້ອງ. 13 ສ່ວນຕົ້ນເດື່ອເທດນັ້ນ ໝາກມັນກໍກຳລັງສຸກ ຕົ້ນອະງຸ່ນດອກບານສົ່ງກິ່ນຫອມໄປທົ່ວແຄວ້ນ. ທີ່ຮັກເອີຍ ຈົ່ງລຸກຂຶ້ນມາຫາອ້າຍສາເທາະ ຈົ່ງໄປກັບອ້າຍສາເຖີດ ຄົນງາມຂອງອ້າຍເອີຍ 14 ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ. ເຈົ້າສາວກ່າວຕໍ່ເຈົ້າບ່າວ: 15 ຈົ່ງຈັບຝູງໝາຈອກ ຄືໝາຈອກນ້ອຍທັງຫລາຍ ກ່ອນມັນຈະທຳລາຍສວນອະງຸ່ນບານຂອງພວກເຮົາຖິ້ມ. ເຈົ້າສາວກ່າວກ່ຽວກັບເຈົ້າບ່າວ: 16 ລາວເປັນທີ່ຮັກຂອງຂ້ອຍ ຂ້ອຍເປັນທີ່ຮັກຂອງລາວ ລາວລ້ຽງຝູງສັດຂອງລາວໃນບ່ອນທີ່ມີດອກຊ້ອນ. ເຈົ້າສາວກ່າວຕໍ່ເຈົ້າບ່າວ: 17 ຈົນເຖິງຍາມເຊົ້າຕູ່ເມື່ອມີລົມພັດວີວມາ ຄວາມມືດໜາກໍຂ້ອນຫາຍຈືດຈາງໄປສິ້ນ. ສຸດທີ່ຮັກເອີຍ ມາເຖີດ ຈົ່ງກັບມາດັ່ງເຍືອງເຖິກ ດັ່ງກວາງໜຸ່ມເຖິກທີ່ເທິງພູເບັດເອພຸ້ນ. |
@ 2012 United Bible Societies. All Rights Reserved.