ຍອດເພງ 1 - ພຣະຄຳພີສັກສິ1 ເປັນບົດເພງອັນໜ້າອອນຊອນທີ່ສຸດຂອງໂຊໂລໂມນ. ບົດເພງທີໜຶ່ງ ເຈົ້າສາວກ່າວຕໍ່ເຈົ້າບ່າວ: 2 ຂໍໃຫ້ຮີມສົບອ້າຍໄດ້ຈູບຮີມສົບນ້ອງຫລາຍທີ ຄວາມຮັກທີ່ອ້າຍມີດີກວ່າເຫຼົ້າອະງຸ່ນຕັ້ງຫລາຍເທົ່າ. 3 ກິ່ນຫອມຫວນໃນຕົວອ້າຍເຮັດໃຫ້ນ້ອງໄດ້ຊື່ນໃຈ ຊື່ຂອງອ້າຍພາໃຫ້ນ້ອງຄໍ່າຄວນເຝົ້າສະເໜ່ຫາຢູ່ບໍ່ຂາດ ຈຶ່ງບໍ່ເປັນສິ່ງປະຫລາດທີ່ຍິງສາວໃດໆ ຈຳຕ້ອງຫລົງໄຫລຍ້ອນຮັກອ້າຍແຕ່ຜູ້ດຽວ. 4 ຈົ່ງມາຮັບເອົານ້ອງ ແລະພາພວກນ້ອງໜີໄປສາ ຈົ່ງມາເປັນຣາຊາແລະພາເຂົ້າໄປຫ້ອງນອນອ້າຍ. ເພາະອ້າຍ ນ້ອງຈະຊົມຊື່ນກັບຄວາມສຸກດ້ວຍກັນ ມາເພາະຮັກກັນໃຫ້ເມົາກວ່າລິດເຫຼົ້າອະງຸ່ນເຖີດ. ສົມພໍແລ້ວ ສາວທຸກຖ້ວນໜ້າຈຶ່ງພາກັນຮັກ ຫລົງໄຫລຮັກອ້າຍ ຮັກອ້າຍແຕ່ຜູ້ດຽວ. ພວກຍິງສາວກ່າວຕໍ່ເຈົ້າບ່າວ: ເຈົ້າສາວກ່າວຕໍ່ເຈົ້າບ່າວ: ເຈົ້າສາວກ່າວຕໍ່ພວກຍິງສາວ: 5 ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ. 6 ຂໍຢ່າສູ່ດູຖູກຂ້ອຍຍ້ອນຜິວພັນຂ້ອຍເທາະ ເພາະຕາເວັນເຮັດໃຫ້ຂ້ອຍດຳແຫລ້ທົ່ວຜິວພັນ. ພວກອ້າຍຂ້ອຍໃຈຮ້າຍໃຫ້ຂ້ອຍໃດ ຈຶ່ງບັງຄັບຂ້ອຍໃຫ້ທຳງານໃນສວນອະງຸ່ນພຸ້ນ. ຂ້ອຍບໍ່ມີເວລາທີ່ຈະຮັກສາສວນອະງຸ່ນຂອງຂ້ອຍເອງ ຄືບໍ່ມີເວລາຮັກສາຕົນຕົວຂອງຂ້ອຍ. ເຈົ້າສາວກ່າວຕໍ່ເຈົ້າບ່າວ: 7 ໂອ ທີ່ຮັກຂອງນ້ອງ ກະລຸນາບອກນ້ອງໄດ້ຫລືບໍ່ ວ່າອ້າຍຈະພາຝູງສັດຂອງອ້າຍໄປກິນຫຍ້າຢູ່ທີ່ໃດ? ເວລາແສງແດດກ້າຕາເວັນທ່ຽງຫວນມາ ອ້າຍຈະພາຝູງສັດໄປພັກຜ່ອນຢູ່ໃສກັນແທ້? ເປັນຫຍັງນໍຈຶ່ງຈະໃຫ້ແຕ່ນ້ອງຊອກຫາອ້າຍເດ? ຄືຢູ່ໃນທ່າມກາງຝູງແກະທີ່ຄົນອື່ນເຂົາເຝົ້າລ້ຽງ. ເຈົ້າບ່າວກ່າວຕໍ່ເຈົ້າສາວ: 8 ໂອ ສຸດທີ່ຮັກຂອງອ້າຍ ນ້ອງບໍ່ຮູ້ຈັກບ່ອນນັ້ນບໍ? ຖ້ານ້ອງບໍ່ຮູ້ຈັກ ໃຫ້ຕາມຮອຍຝູງສັດໄປທີ່ນັ້ນ; ຈົ່ງຊອກຫາທົ່ງຫຍ້າສຳລັບຝູງແບ້ຂອງນ້ອງແດ່ ຢູ່ໃກ້ໆຜ້າເຕັນພຸ້ນບ່ອນທີ່ພວກລ້ຽງແກະພັກເຊົາ. ເຈົ້າບ່າວກ່າວຕໍ່ເຈົ້າສາວຂອງລາວ: 9 ທີ່ຮັກຂອງອ້າຍ ນ້ອງງາມສະຫງ່າ ຈຶ່ງກວນໃຈຜູ້ຊາຍ ດັ່ງມ້າແມ່ທີ່ຍ່າງທຽມລົດຮົບກະສັດຟາໂຣພຸ້ນ. 10 ຜົມທີ່ຢ່ອນລົງຕາມແກ້ມເຮັດໃຫ້ແກ້ມນ້ອງງາມຫລາຍ ຜົມທີ່ຢ່ອນລົງຕາມຄໍເປັນດັ່ງເພັດພອຍຄ້ອງຄໍຂອງນ້ອງ. 11 ແຕ່ພວກເຮົາຈະເຮັດສາຍສ້ອຍຄ້ອງຄໍສຳລັບນາງ ກັບເຄື່ອງເອ້ທີ່ເຮັດດ້ວຍເງິນມອບໃຫ້ນາງດ້ວຍ. ເຈົ້າສາວກ່າວຕໍ່ເຈົ້າບ່າວ: 12 ພະຣາຊາຂອງນ້ອງກຳລັງຢຽດຢູ່ເທິງທີ່ນອນ ກິ່ນນໍ້າຫອມທີ່ນ້ອງທາຫອມຫວນຢູ່ທົ່ວຫ້ອງ. 13 ຄົນຮັກຂອງນ້ອງເປັນດັ່ງຢາງໄມ້ຫອມ ໃນຂະນະທີ່ລາວນອນໝູນເອິກນ້ອງຢູ່ນັ້ນ. 14 ຄົນຮັກຂອງນ້ອງເປັນດັ່ງບັນດາດອກໄມ້ປ່າ ທີ່ຈູມບານອອກດອກໃນສວນອະງຸ່ນທີ່ເອນເກດີ. ເຈົ້າບ່າວກ່າວຕໍ່ເຈົ້າສາວ: 15 ໂອ ທີ່ຮັກຂອງອ້າຍ ນ້ອງເປັນຍິງທີ່ງາມຫລາຍ ຜ່ອງໃສໃນສາຍຕາ ໜ້າຮັກໜ້າເອັນດູແທ້. ເຈົ້າສາວກ່າວຕໍ່ເຈົ້າບ່າວ: 16 ໂອ ສຸດທີ່ຮັກຂອງນ້ອງ ຮູບຫລໍ່ແລະງາມຫລາຍ ປ່າຫຍ້າຂຽວສົດ ຈະເປັນຕຽງນອນຂອງອ້າຍກັບນ້ອງ; 17 ຂາງແຫ່ງຫໍຮັກຂອງພວກເຮົາຈະເປັນໄມ້ສົນສີດາ ເພດານແຫ່ງຫໍຮັກກໍຈະເປັນໄມ້ແປກເທດ. |
@ 2012 United Bible Societies. All Rights Reserved.