Biblia Todo Logo
Bìoball air-loidhne

- Sanasan -

ນາງຣຸດ 4 - ພຣະຄຳພີສັກສິ


ໂບອາດ​ແຕ່ງງານ​ກັບ​ຣຸດ

1 ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.

2 ແລ້ວ​ໂບອາດ​ກໍ​ເຊີນ​ເອົາ​ບັນດາ​ຜູ້ນຳ​ຢູ່​ໃນ​ເມືອງ​ສິບ​ຄົນ ມາ​ນັ່ງ​ໃນ​ບ່ອນ​ນັ້ນ​ຄືກັນ. ເມື່ອ​ພວກເຂົາ​ນັ່ງ​ລົງ​ແລ້ວ

3 ໂບອາດ​ຈຶ່ງ​ເວົ້າ​ແກ່​ຍາດຕິພີ່ນ້ອງ​ຂອງຕົນ​ວ່າ, “ດຽວນີ້​ນາງ​ນາໂອມີ​ໄດ້​ກັບຄືນ​ມາ​ຈາກ​ດິນແດນ​ໂມອາບ​ແລ້ວ ນາງ​ຢາກ​ຂາຍ​ທົ່ງນາ​ທີ່​ເປັນ​ຂອງ​ເອລີເມເຫຼັກ ຜູ້​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ.

4 ຂ້ອຍ​ຄິດ​ວ່າ​ເຈົ້າ​ຄວນ​ຮູ້​ໃນ​ເລື່ອງ​ນີ້. ບັດນີ້ ຖ້າ​ເຈົ້າ​ຕ້ອງການ​ທົ່ງນາ​ນັ້ນ ໃຫ້​ເຈົ້າ​ຊື້​ເອົາ​ຊ້ອງໜ້າ​ພວກ​ທີ່​ນັ່ງ​ຢູ່​ນີ້. ແຕ່​ຖ້າ​ເຈົ້າ​ບໍ່​ຕ້ອງການ​ຊື້​ກໍ​ໃຫ້​ເວົ້າ​ມາ​ໂລດ ຍ້ອນ​ສິດທິ​ໃນ​ການ​ຊື້​ທົ່ງນາ​ນີ້​ເປັນ​ຂອງ​ເຈົ້າ​ກ່ອນ ແລ້ວ​ຈຶ່ງ​ເປັນ​ຂອງຂ້ອຍ.” ຊາຍ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ຈະ​ຊື້​ທົ່ງນາ​ນັ້ນ.”

5 ໂບອາດ​ເວົ້າ​ວ່າ, “ດີ​ແລ້ວ ຖ້າ​ເຈົ້າ​ຈະ​ຊື້​ທົ່ງນາ​ຈາກ​ນາງ​ນາໂອມີ ເຈົ້າ​ຕ້ອງ​ຊື້​ເອົາ​ນາງຣຸດ ຜູ້​ທີ່​ເປັນ​ສາວ​ໝ້າຍ​ຊາວ​ໂມອາບ​ດ້ວຍ ເພື່ອ​ວ່າ​ນາ​ທົ່ງນີ້​ຈະ​ມີ​ຢູ່​ຕໍ່ໄປ​ນຳ​ຄອບຄົວ​ຂອງ​ຊາຍ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ.”

6 ຊາຍ​ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ໃນ​ກໍລະນີ​ເຊັ່ນນີ້ ຂ້ອຍ​ຂໍ​ສະຫລະ​ສິດ​ທີ່​ຈະ​ຊື້​ນາ​ທົ່ງ​ນັ້ນ ເພາະ​ເຮັດ​ໃຫ້​ພວກ​ລູກ​ຂອງຂ້ອຍ​ບໍ່ໄດ້​ຮັບ​ສ່ວນ​ນຳ. ໃຫ້​ເຈົ້າ​ຊື້​ເອົາ​ສາ ຂ້ອຍ​ບໍ່​ຊື້​ດອກ.”

7 ໃນ​ສະໄໝ​ກ່ອນ ເມື່ອ​ມີ​ການຂາຍ​ຫລື​ແລກປ່ຽນ​ການ​ເປັນ​ກຳມະສິດ​ຊັບສິນ ຕາມ​ທໍານຽມ​ແລ້ວ​ຜູ້ຂາຍ​ຕ້ອງ​ປົດ​ເກີບ​ກິ່ງ​ໜຶ່ງ​ຂອງຕົນ​ອອກ ແລະ ຍື່ນໃຫ້​ແກ່​ຜູ້ຊື້. ການ​ເຮັດ​ເຊັ່ນນີ້ ເປັນ​ພິທີ​ທີ່​ຊາວ​ອິດສະຣາເອນ​ສະແດງ​ໃຫ້​ເຫັນ​ວ່າ ເລື່ອງລາວ​ໄດ້​ຕົກລົງ​ກັນ​ແລ້ວ.

8 ດັ່ງນັ້ນ ເມື່ອ​ຊາຍ​ຄົນ​ນັ້ນ​ບອກ​ວ່າ, “ໃຫ້​ເຈົ້າ​ຊື້​ເອົາ​ສາ” ລາວ​ຈຶ່ງ​ປົດ​ເກີບ​ຂອງຕົນ​ກິ່ງ​ໜຶ່ງ​ອອກ​ແລະ​ຍື່ນໃຫ້​ໂບອາດ.

9 ໂບອາດ​ກ່າວ​ແກ່​ພວກຜູ້ນຳ​ແລະ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ວ່າ, “ມື້ນີ້ ທ່ານ​ທຸກຄົນ​ເປັນ​ພະຍານ​ວ່າ ຂ້າພະເຈົ້າ​ໄດ້​ຊື້​ເອົາ​ທຸກໆ​ສິ່ງ​ຈາກ​ນາງ​ນາໂອມີ ທີ່​ເປັນ​ຂອງ​ເອລີເມເຫຼັກ ແລະ​ຂອງ​ລູກຊາຍ​ຂອງ​ລາວ ຄື​ກີລີໂອນ​ແລະ​ມາໂລນ.

10 ນອກຈາກນີ້​ອີກ ນາງຣຸດ​ຊາວ​ໂມອາບ​ເມຍ​ໝ້າຍ​ຂອງ​ມາໂລນ ກໍໄດ້​ກາຍເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ. ອັນນີ້​ຈະ​ເປັນ​ການ​ຮັກສາ​ຊັບສິນ​ໄວ້​ໃນ​ຄອບຄົວ​ຂອງ​ຜູ້ຕາຍ ແລະ​ສາຍ​ຄອບຄົວ​ຂອງ​ລາວ​ຈະ​ຍັງ​ມີ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ ແລະ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ລາວ. ມື້ນີ້ ພວກທ່ານ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.”

11 ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.

12 ຂໍ​ໃຫ້​ລູກ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ຈາກ​ຍິງ​ຄົນ​ນີ້ ຈົ່ງ​ເປັນ​ດັ່ງ​ຄົນ​ໃນ​ຄອບຄົວ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ​ແລະ​ນາງ​ຕາມາ​ນັ້ນ​ເທີ້ນ.”


ໂບອາດ​ແລະ​ເຊື້ອສາຍ​ຂອງຕົນ

13 ດັ່ງນັ້ນ ໂບອາດ​ຈຶ່ງ​ພາ​ນາງຣຸດ​ເມືອ​ເຮືອນ​ຂອງຕົນ​ແລະ​ເອົາ​ນາງ​ເປັນ​ເມຍ. ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ; ສະນັ້ນ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ.

14 ພວກຜູ້ຍິງ​ຈຶ່ງ​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ໄດ້​ໂຜດ​ໃຫ້​ເຈົ້າ​ມີ​ຫລານຊາຍ​ມື້ນີ້​ເພື່ອ​ຈະ​ເບິ່ງແຍງ​ເຈົ້າ. ຂໍ​ໃຫ້​ເດັກ​ຄົນນີ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຊາດ​ອິດສະຣາເອນ​ເທີ້ນ.

15 ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”

16 ນາງ​ນາໂອມີ​ໄດ້​ຮັບ​ເອົາ​ເດັກ​ນັ້ນ​ມາ​ລ້ຽງດູ ແລະ​ເບິ່ງແຍງ​ລາວ​ຢ່າງ​ໃກ້ຊິດ.

17 ພວກຜູ້ຍິງ​ບ້ານໃກ້​ເຮືອນຄຽງ​ໄດ້​ໃສ່​ຊື່​ເດັກນີ້​ວ່າ ໂອເບັດ. ພວກເຂົາ​ບອກ​ທຸກຄົນ​ວ່າ, “ເດັກນ້ອຍ​ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ນາໂອມີ.” ໂອເບັດ​ໄດ້​ກາຍເປັນ​ພໍ່​ຂອງ​ເຢຊີ ຜູ້​ທີ່​ເປັນ​ພໍ່​ຂອງ​ດາວິດ.

18-22 ເຊື້ອສາຍ​ຂອງ​ດາວິດ​ນັບ​ແຕ່​ເປເຣັດ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan